ການເຈລະຈາຂັ້ນສູງ2ພາກເກົາຫຼີສິ້ນສຸດລົງແຕ່ບໍ່ບັນລຸຄວາມຄືບໜ້າ

ການເຈລະຈາຂັ້ນສູງ2ພາກເກົາຫຼີສິ້ນສຸດລົງແຕ່ບໍ່ບັນລຸຄວາມຄືບໜ້າ - ảnh 1
ກາ​ນ​ເຈລະຈາ​ຂັ້ນ​ສູງ 2​ ພາກ​ເກົາຫຼີ​
(ພາບ: Yonhapnews)


(vovworld) – ກາ​ນ​ເຈລະຈາ​ຂັ້ນ​ສູງ 2​ ພາກ​ເກົາຫຼີ​ສິ້ນ​ສຸດ​ລົງແຕ່​ບໍ່​ບັນລຸ​ຄວາມ​ຄືບ​ໜ້າ ສາຍ​ເຫດ​ຕົ້ນ​ຕໍ່​​ແມ່ນ​ຍ້ອນ 2 ຝ່າຍ​ຍັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​                                             ການ​ຊ້ອມ​ຮົບ​ປະຈຳ​ປີ​ລະຫວ່າງ ອາ​ເມ​ລິ​ກາ - ສ ​ເກົາຫຼີ ​ໃນ​ເວລາຈະ​ມາ​ເຖິງ.

    ທີ່​ການ​ເຈລະຈາ, ຝ່າຍ ສປປ ​ເກົາຫຼີ ​ໄດ້​ຮຽກຮ້ອງ​ໂຈະ​ແຜນການ​ຊ້ອມ​ຮົບ​ຮ່ວມ ອາ​ເມ​ລິ​ກາ - ສ ​ເກົາຫຼີ ຮອດ​ຍາມ​ໃດ​ສິ້ນ​ສຸດ​ການ​ເຕົ້າ​ໂຮມ​ບັນດາ​ຄອບຄົວ​ທີ່​ຖືກ​ພັດ​ພາກ​ຈາກ​ກັນ, ຄາດ​ວ່າ​ຈະ​ຖືກ​ດຳ​ເນີນ​ໄປ​​ແຕ່​ວັນ​ທີ 20 – 25/2 ຈະ​ມາ​ເຖິງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຝ່າຍ ສ ​ເກົາຫຼີ ​ໄດ້​ປະຕິ​ເສດ​ຄຳ​ຮຽກຮ້ອງ​ນີ້, ​ແລະຖື​ວ່າ: ບໍ່​ອາດ​ຜຸ​ກມັດ​ເຫດການ​ທີ່​ມີ​ລັກສະນະ​ມະນຸ​ດສະ​ທຳ ກັບ​ບັນຫາ​ການ​ທະຫານ​ໄດ້, ພ້ອມ​ທັງ​ຢັ້ງຢືນ ​ລາຍການ​​ເຕົ້າ​ໂຮມ​ບັນດາ​ຄອບຄົວ​ທີ່​ຖືກ​ພັດ​ພາກ​ຈາ​ກກັນຈະ​ແມ່ນ​ບາດກ້າວ​ທຳ​ອິດ​ເພື່ອ​ປັບປຸງ​ການ​ພົວພັນ, ມຸ່ງ​ໄປ​ເຖິງ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ 2 ພາກ ​ເກົາຫຼີ.

    ອາທິດ​ກ່ອນ, ​ເຊີ​ອູ​ນ ​ແລະ ພຽງ​ຢາງ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຈັດ​ຕັ້ງ​ລາຍການ​​ເຕົ້າ​ໂຮມ​ໃຫ້ບັນດາ​ຄອບຄົວທີ່​ຖືກ​ພັດ​ພາກ​ຈາກ​ກັນ​ໃນ​ສົງຄາມ ​ເກົາຫຼີ (1950 – 1953) ​ແຕ່​ວັນ​ທີ 20 – 25/2 ຢູ່​ເຂດ​ຕາກ​ອາກາດໃນ​ພູ Kumgang.

ຂ່າວ/ບົດ​ອື່ນ