ການເຈລະຈາຄູ່ຮ່ວມມື ຍຸດທະສາດລະຫວ່າງ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 4

ການເຈລະຈາຄູ່ຮ່ວມມື ຍຸດທະສາດລະຫວ່າງ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 4 - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 11/11, ທີ່​ໂຕ​ກຽວ, ປະ​ເທດ​ຍີ່ປຸ່ນ, ​ໄດ້​ດຳ​ເນີນ​ການ​ເຈລະຈາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ຍີ່ປຸ່ນ ຄັ້ງ​ທີ 4. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ໂຮ່ຊວນ​ເຊີນ ນຳ​ໜ້າ. ຝ່າຍ​ຍີ່ປຸ່ນ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Shinsuke Sugiyama ນຳ​ໜ້າ. 2 ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ນະ​ໂຍບາຍ​ພົວພັນ​ກັບ​ຕ່າງປະ​ເທດ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ແຕ່ລະ​ປະ​ເທດ, ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ເຫັນ​ດີ​ເພີ່ມ​ທະວີການ​ຮ່ວມ​ມື​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ໂຮ່ຊວນ​ເຊີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Seiji Kihara. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Kihara ຢືນຢັນ​ວ່າ, ຫວຽດນາມ ​ແມ່ນ​ໜຶ່ງ​​ໃນບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ​ຍີ່​ປຸ່ນ. 2 ຝ່າຍ​ຖື​ວ່າ ບັນດາ​ການ​ເຄື່​ອນ​ໄຫວ​ທີ່ອຸດົມສົມ​ບຸ​ນ ​ເຊິ່ງ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນຢູ່​ທັງ 2 ປະ​ເທດ​ໃນ​ປີ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ​ ​ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າອົກ​ເຂົ້າ​ໃຈ ​ແລະ ນ້ຳ​ໃຈ​ສາມັກຄີ​ລະຫວ່າງ​ປະຊາຊົນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ