ການເຈລະຈາຍຸດທະສາດປ້ອງກັນຊາດຫວຽດນາມ - ສ.ເກົາຫຼີ ຄັ້ງທີ 2
ພົນໂທ ຫງວຽນຈິ໋ວິ້ງ, ກຳມະການສູນກາງພັກ
ແລະ ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ Baek Seung Joo
(ພາບ: qdnd.vn)
(vovworld) - ການເຈລະຈາຍຸດທະສາດປ້ອງກັນຊາດລະຫວ່າງຫວຽດນາມ - ສ.ເກົາຫຼີ ຄັ້ງທີ 2 ຖືກດຳເນີນໄປໃນວັນທີ 15/11 ຢູ່ສຳນັກງານກະຊວງປ້ອງກັນປະເທດສ.ເກົາຫຼີ ຢູ່ນະຄອນຫຼວງເຊີອຸນ. ຄະນະພະນັກງານຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໂດຍພົນໂທ ຫງວຽນຈິ໋ວິ້ງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດນຳໜ້າ. ຝ່າຍສ.ເກົາຫຼີ ໂດຍທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ Baek Seung Joo ເປັນຫົວໜ້າຄະນະ. 2 ຝ່າຍໄດ້ແລກປ່ຽນຄຳເຫັນກ່ຽວກັບສະພາບຄວາມໝັ້ນຄົງໃນພາກພື້ນອາຊີຕາເວັນອອກສ່ຽງເໜືອ ແລະ ອາຊີຕາເວັນອອກສ່ຽງໃຕ້, ສະພາບກອງທັບ ແລະ ນະໂຍບາຍປ້ອງກັນປະເທດຂອງແຕ່ລະປະເທດ, ກໍ່ຄືຕີລາຄາໝາກຜົນການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍໃນໄລຍະຜ່ານມາ ແລະ ທິດທາງຮ່ວມມືໃນໄລຍະຈະມາເຖິງ. ກ່ອນໜ້ານັ້ນ, ຄະນະພະນັກງານຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຂົ້າຮ່ວມການເຈລະຈາປ້ອງກັນຊາດ ເຊີອຸນ ຄັ້ງທີ 2 ໃນລະຫວ່າງວັນທີ 11 – 13/11, ເຂົ້າຮ່ວມການປຶກສາຫາລືກ່ຽວກັບບັນດາຫົວຂໍ້ຄື: ຂໍ້ລິ້ເລີ່ມສັນຕິພາບ ແລະ ຮ່ວມມືພາກພື້ນອາຊີຕາເວັນອອກສ່ຽງເໜືອ ແລະ ຄວາມໝັ້ນຄົງຮອບດ້ານຢູ່ພາກພື້ນອາຊີ - ປາຊີຝີກ; ບໍ່ແຜ່ຂະຫຍາຍອາວຸດນິວເຄຼຍທົ່ວໂລກ ແລະ ບົດບາດຂອງບັນດາປະເທດອາຊີ - ປາຊີຝີກ...