ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ​ຂັ້​ນ​ສູງລະ​ຫວ່າງ ​ອາ​ເມ​ລິ​ກາ - ຈີນ​ ຈະ​ໄດ້​ເຊື່ອມ​ຕໍ່​ຄືນ​ໃໝ່​ໃນ​ອາ​ທິດ​ຈະ​ມາ​ເຖິງ

(VOVWORLD) -   ວັນທີ 23 ກັນຍາ, ທ່ານ Steven Mnuchin ລັດຖະມົນຕີກະຊວງການເງິນ ອາເມລິກາ ໄດ້ແຈ້ງໃຫ້ຊາບວ່າ ການເຈລະຈາດ້ານການຄ້າຂັ້ນສູງລະຫວ່າງ ອາເມລິກາ ແລະ ຈີນຈະໄດ້ເຊື່ອມຕໍ່ຄືນໃໝ່ໃນອາທິດຈະມາເຖິງຢູ່ ວໍຊິງຕັນ, ອາເມລິກາ. 
ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ​ຂັ້​ນ​ສູງລະ​ຫວ່າງ ​ອາ​ເມ​ລິ​ກາ - ຈີນ​ ຈະ​ໄດ້​ເຊື່ອມ​ຕໍ່​ຄືນ​ໃໝ່​ໃນ​ອາ​ທິດ​ຈະ​ມາ​ເຖິງ - ảnh 1 ທ່ານ Steven Mnuchin ລັດຖະມົນຕີກະຊວງການເງິນ ອາເມລິກາ (ພາບ: NBC)

ທ່ານ Mnuchin ພ້ອມກັບ ທ່ານ Robert Lighthizer ຜູ້ຕາງໜ້າການຄ້າຂອງ ອາເມລິກາ ຈະມີການໂອ້ລົມສົນທະນາກັບທ່ານ  ລຽວເຄືອ  ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະເຈລະຈາຂອງ ຈີນ. ໃນເຫດການທີ່ກ່ຽວຂ້ອງ, ວັນທີ 23 ກັນຍາ, ຈີນໄດ້ຊຶ້ື ໝາກຖົ່ວເຫຼືອງ 600 ພັນ ໂຕນ ຂອງ ອາເມລິກາ. ນີ້ໄດ້ຮັບຖືວ່າ ແມ່ນສັນຍານທີ່ຕັ້ງໜ້າຕໍ່ບັນດາການເຈລະຈາຂັ້ນສູງເພື່ອແນໃສ່ຊອກຫາຂໍ້ຕົກລົງຢຸດຕິສົງຄາມການຄ້າທີ່ໄດ້ແກ່ຍາວມາເປັນເວລາ 1 ປີກວ່າລະຫວ່າງ ສອງ ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ