ພົນເອກ ຟຸ່ງກວາງແທງ ນຳຫນ້າຄະນະຜູ້ແທນຫວຽດນາມເຂົ້າຮ່ວມ
ການເຈລະຈາ
ພາບ:bienphong
|
(vovworld)- ຕອນບ່າຍວັນທີ 28/3 ຢູ່ ນະຄອນ ລ້າງເຊີນ, ໄດ້ດຳເນີນການເຈລະຈາມິດຕະພາບການປ້ອງກັນປະເທດຢູ່ ຊາຍແດນຫວຽດນາມ - ຈີນ ຄັ້ງທີ 3 ປີ 2016. ພົນເອກ ຟຸ່ງກວາງແທງ, ຮອງເລຂາທິການໃຫຍ່ຄະນະພັກການທະຫານສູນກາງ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມ ແລະ ພົນໂທ ຈ໋າງຢ໋ວານແຈ໋ວນ,ກຳມະການຄະນະລັດຖະບານ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຈີນ ເປັນປະທານຮ່ວມການເຈລະຈາ.
ກ່າວຄຳເຫັນໄຂການເຈລະຈາ, ທ່ານ ຫງວຽນຈີວີ້ງ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດຫວຽດນາມ ເນັ້ນຫນັກວ່າ:
“ການພົບປະແລກປ່ຽນມິດຕະພາບປ້ອງກັນປະເທດ ຊາຍແດນ ຫວຽດນາມ - ຈີນ ໄດ້ກາຍເປັນການເຄື່ອນໄຫວປະຈຳປີ ມີຄວາມໝາຍສຳຄັນສຳລັບຊີວິດທາງດ້ານການເມືອງ, ຈິດໃຈຂອງກອງທັບ ແລະ ປະຊາຊົນເຂດຊາຍແດນສອງປະເທດ. ພິເສດ ນີ້ແມ່ນການເຄື່ອນໄຫວມີຈຸດທີ່ເປັນເອກະລັກສະເພາະຂອງກອງທັບປະຊາຊົນສອງປະເທດສັງຄົມນິຍົມ ມີຊາຍແດນຮ່ວມ. ຂ້າພະເຈົ້າເຊື່ອໝັ້ນວ່າ ການພົບປະແລກປ່ຽນຄັ້ງນີ້ ປະກອບສ່ວນເພີ່ມຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງກຳລັງຫນູນໃຫມ່, ຄວາມຕັດສິນໃຫມ່, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ ຈີນ ເລິກເຊິ່ງກວ່າ, ກໍ່ສ້າງເຂດຊາຍແດນຫວຽດນາມ ຈີນ ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມືພັດທະນາ ແລະ ຍືນຍົງກວ່າ.”