ການເຈລະຈາຮອບທີ່ 1 ຫວຽດນາມ-ຈີນ ກ່ຽວກັບ ເຂດທະເລນອກປາກອ່າວພາກເໜືອ

 

 

ການເຈລະຈາຮອບທີ່ 1 ຫວຽດນາມ-ຈີນ ກ່ຽວກັບ ເຂດທະເລນອກປາກອ່າວພາກເໜືອ - ảnh 1
ໝູ່ເກາະຮ່ວາງຊາຂອງຫວຽດນາມນອນຢູ່
ເຂດ​ທະ​ເລນ​ອກປາກ​ອ່າວ​ພາກ​ເໜືອ

Vovworld- ​ແຕ່​ວັນ​ທີ 21 ຫາ 22/5 ປີ 2012, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນການ​ເຈລະຈາ​ຮອບ​ທີ່ 1 ຂັ້ນ​ນັກວິຊາການ ຫວຽດນາມ-ຈີນ ກ່ຽວ​ກັບ​​ ເຂດ​ທະ​ເລນ​ອກປາກ​ອ່າວ​ພາກ​ເໜືອ. ທີ່​ກາ​ນ​ເຈລະຈາ, ​ແຕ່ລະ​ຝ່າຍ​ໄດ້​ສະ​ເໜີ​ທັດສະນະ​ຂອງ​ຕົນ​ຢ່າງ​ຈະ​ແຈ້ງ​ກ່ຽວກັບ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ ເຂດ​ທະ​ເລນ​ອກປາກ​ອ່າວ​ພາກ​ເໜືອ. 2 ຝ່າຍ​ຢືນຢັນ​ຄວາ​ມຕັດສິນ​ໃຈພ້ອມກັນ​ມານະ​ພະຍາຍາມ​ຊຸກຍູ້​ການ​ເຈລະຈາ​ແບ່ງ​ກຳນົດ ເຂດ​ທະ​ເລນ​ອກປາກ​ອ່າວ​ພາກ​ເໜືອ ​ແລະ ປຶກສາ​ຫາລື​ບັນຫາ​ຮ່ວມ​ມື​ເພື່ອ​ພ້ອມ​ກັນ​ພັດທະນາ​ທີ່​ເຂດ​ນີ້​ບົນ​ພື້ນຖານ​ບັນດາ​ຫຼັກການທີ່​ໄດ້​ກຳ​ນົດ​ໃນ​ສັນຍາ​ກ່ຽວ​ກັບ​ບັນດາ​ຫຼັກການພື້ນຖານ​ຊີ້​ນຳ​ການ​ແກ້​ໄຂ​ບັນດາ​ບັນຫາ​ບົນ​ທະ​ເລລະຫວ່າງ​ຫວຽດນາມ-ຈີນ ທີ່​ໄດ້ລົງ​ນາມ​ເມື່ອ​ເດືອນ​ຕຸລາ​ປີ 2011. 2 ຝ່າ​ຍ​ໄດ້​ແລກປ່ຽນ​ບັນດາ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ເພື່ອ​ເປັນ​ພື້ນຖານ​​ແກ່ການ​ດຳ​ເນີນ​ການ​ເຈລະ​ຈາກ່ຽວ​ກັບ ເຂດ​ທະ​ເລນ​ອກປາກ​ອ່າວ​ພາກ​ເໜືອ ​ທີ່​ການ​ເຈລະຈາ​ຮອບ​ຕໍ່ໆ​ໄປ, ​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ບັນດາ​ຂັ້ນ​ຕອນ​ດຳ​ເນີນ​ການ​ເຈລະຈາ ​ແລະ ​ແຜນການ​ດຳ​ເນີນ​ງານ​ສຳລັບ​ການ​ເຈລະຈາ​ແບ່ງ​ກຳ​ນົດ ເຂດ​ທະ​ເລນ​ອກປາກ​ອ່າວ​ພາກ​ເໜືອ ກໍ​ຄື​ປຶກສາ​ຫາລື​ບັນດາ​ບັນຫາ​ຮ່ວມ​ມື​ເພື່ອ​ພ້ອມ​ກັນ​ພັດທະນາ​ຢູ່​ເຂດ​ທະ​ເລ​ນີ້.

ຂ່າວ/ບົດ​ອື່ນ