ການເຈລະຈາຮອບທີ4ກຸ່ມປະຕິບັດງານປຶກສາຫາລືກ່ຽວກັບການຮ່ວມມືພ້ອມກັນພັດທະນາໃນເຂດທະເລຫວຽດນາມ-ຈີນ

ການເຈລະຈາຮອບທີ4ກຸ່ມປະຕິບັດງານປຶກສາຫາລືກ່ຽວກັບການຮ່ວມມືພ້ອມກັນພັດທະນາໃນເຂດທະເລຫວຽດນາມ-ຈີນ - ảnh 1
(ພາບ​ປະ​ກອ​ບ​ຈາກ: Nguyên Lý/TTXVN)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 13-15/3, ຢູ່​ນະຄອນ​ດ່າ​ນັ້ງ ​ໄດ້​ດຳ​ເນີນ​ການ​ເຈລະຈາຮອບ​ທີ 4 ກຸ່ມ​ປະຕິບັດ​ງານ​ປຶກສາ​ຫາລື ກ່ຽວ​ກັບ​ການ​ຮ່ວມ​ມື​ພ້ອມ​ກັນ​ພັດທະນາ​​ໃນ​​ເຂດທະ​ເລ ຫວຽດນາມ -ຈີນ.

        2 ຝ່າຍ​ໄດ້​ແລກປ່ຽນຄວາມ​ເຫັນຢ່າງ​ກົງ​ໄປ​ກົງ​ມາ, ​ເປີດ​ອົກ​ເປີດ​ໃຈ, ​ສະ​ແດງ​ໃຫ້​ເຫັນ​ຫຼັກ​ໝັ້ນ, ທັດສະນະ​ຂອງ​ແຕ່ລະ​ຝ່າຍ ກ່ຽວ​ກັບ​ການ​ຮ່ວມ​ມື​ພ້ອມ​ກັນ​ພັດທະນາ​​ໃນ​ເຂດ​ທະ​ເລຢ່າງ​ຈະ​ແຈ້ງ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ອີງ​ໃສ່​​ຄວາມ​ຮັບ​ຮູ້​ລວມທີ່ກ່ຽວຂ້ອງ​ຂອງການ​ນຳ​ຂັ້ນ​ສູງ 2 ປະ​ເທດ ຫວຽດນາມ-​ຈີນ, ປະຕິບັດ​ຕາມຂໍ້​ຕົກລົງ​ກ່ຽວ​ກັບ​ຫຼັກການ​ພື້ນຖານ​ຊີ້​ນຳ​​ແກ້​ໄຂບັນດາ​ບັນຫາ​​ໃນ​ເຂດ​ທະ​ເລ ຫວຽດນາມ-​ຈີນ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​​ຮ່ວມ​ມື​ພ້ອມ​ກັນ​ພັດທະນາ​​ໃນ​ເຂດ​ທະ​ເລທີ່​​ເໝາະສົມ​ກັບກົດໝາຍ​ສາກົນ, ​ໃນ​ນັ້ນ​ມີສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລປີ 1982.

 


ຂ່າວ/ບົດ​ອື່ນ