ການເຈລະລະຫວ່າງອາຊຽນ - ນິວຊີແລນ ຄັ້ງທີ 20

ການເຈລະລະຫວ່າງອາຊຽນ - ນິວຊີແລນ ຄັ້ງທີ 20 - ảnh 1
(ພາບປະກອບ)
(vovworld) - ​ສະຫະ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ASEAN) ​ແລະ ນິວຊີ​ແລນ ຫາ​ກໍ​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 20 ຢູ່ Wellinggton, ປະ​ເທດ ນິວຊີ​ແລນ, ​ເພື່ອ​ປຶກສາ​ຫາລື​ກ່ຽວກັບ​ບັນດາ​ຄວາມ​ມານະ​ພະຍາຍາມ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ ​ໃນ​ຂອບ​ເຂດ​ໂຄງການ 4 ຂໍ້​ລິ​ເລີ່​ມຕົ້ນ​ຕໍ່. ​ແຈ້ງ​ການ​ໜັງ​ສື່​ພິມ​ຂອງ​ຄະນະ​ເລຂາ​ອາ​ຊຽນ ​ໃຫ້​ຮູ້​ວ່າ ທີ່​ການ​ເຈລະຈາ, ອາ​ຊຽນ ​ແລະ ນິວຊີ​ແລນ ​ໄດ້​ພິຈາລະນາ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້ ​ແລະ ຕີ​ລາຄາ​ລະດັບ​ຄວາມ​ຄືບ​ໜ້າ​ຂອງ​ການ​ປະຕິບັດ​ໂຄງການ 4 ຂໍ້​ລິ​ເລີ່​ມຕົ້ນ​ຕໍ່ ລະຫວ່າງ 2 ຝ່າຍ, ​ເຊິ່ງລວມມີ​ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສະໜອງ​ທຶນ​ສຶກສາ, ຄຸ້ມ​ຄອງຄວາມ​ສ່ຽງຈາກ​ໄພ​ທຳ​ມະ​ຊາດ, ໜູນ​ຊ່ວຍ​ບັນດາ​ການ​ນຳ​ວິ​ສາ​ຫະກິດ​ໜຸ່ມ ​ແລະ ການ​ພົວພັນ​ຕ່າງປະ​ເທດ​ດ້ານ​ກະສິກຳ, ກໍ​ຄື​ບັນດາ​ຄວາມ​ກ້າວໜ້າ​​ໃນການ​ປະຕິບັດ​ແຜນການ​ດຳ​ເນີນ​ງານ​ໃຫ້​ແກ່​ຖະ​ແຫຼ​ງການ​ຮ່ວມ​ຂອງການ​ພົວພັນຄູ່​ຮ່ວມ​ມື​ຮອບດ້ານ ອາ​ຊຽນ - ນິວຊີ​ແລນ 2010 – 2015. ອາ​ຊຽນ ​ແລະ ນິວຊີ​ແລນ​ ​ໄດ້​ກຳ​ນົດບັນດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົມຊ້ອນ​ໃຫ້​ແກ່​ການ​ສືບ​ຕໍ່​ຮ່ວມ​ມື​ລະຫວ່າງ 2 ຝ່າຍເຊິ່ງລວມມີ ການ​ສຶກສາ, ດຳ​ເນີນ​ທຸລະ​ກິດ, ​ການເຊື່ອມ​ຕໍ່ ​ແລະ ບັນດາ​ຂົງ​ເຂດ​ອື່ນໆ​ໃນ​ຂອບ​ເຂດ​ແຜນການ​ເຄື່ອນ​ໄຫວ​ລວມ. ຕາມ​ແຜນການ​ແລ້ວ, ລາວ​ຈະ​​ເປັນ​ເຈົ້າພາບຈັດ​ຕັ້ງ​ການ​ເຈລະຈາ​ອາ​ຊຽນ - ນິວຊີ​ແລນ ຄັ້ງ​ທີ 21 ​ໃນ​ຕົ້ນ​ປີ 2014.
ຂ່າວ/ບົດ​ອື່ນ