ການເດີນຂະບວນຄັດຄ້ານ Monsanto ຢູ່ ຝຣັ່ງ

(VOVWORLD) - ວັນທີ 18 ພຶດສະພາ, ປະຊາຊົນນັບຫລາຍພັນຄົນຢູ່ປະມານ 40 ນະຄອນໃຫຍ່ຂອງ ຝຣັ່ງ ໄດ້ເຂົ້າຮ່ວມການເດີນຂະບວນຄັດຄ້ານກຸ່ມບໍລິສັດ ອາເມລິກາ Monsanto. 
ການເດີນຂະບວນຄັດຄ້ານ Monsanto ຢູ່ ຝຣັ່ງ - ảnh 1ການເດີນຂະບວນຄັດຄ້ານ Monsanto ຢູ່ ຝຣັ່ງ (ພາບ: AFP/TTXVN)

ກຸ່ມບໍລິສັດນີ້ ພວມນຳໃຊ້ຢາຂ້າຫຍ້າທີ່ມີທາດ glyphosate ເຊິ່ງອົງການອະນາໄມໂລກ (WHO) ໄດ້ກ່າວເຕືອນວ່າ ທາດດັ່ງກ່າວ ຈະກໍ່ໃຫ້ເກີດພະຍາດມະເຮັງຕໍ່ຜູ້ນຳໃຊ້.

        ເຫດການນີ້ ໄດ້ດຶງດູດການເຂົ້າຮ່ວມຂອງບັນດານັກສິ່ງແວດລ້ອມ ແລະ ບັນດາຫົວໜ້າພັກການເມືອງຂອງ ຝຣັ່ງ ຫລາຍຄົນ, ກ່ອນເວລາດຳເນີນການເລືອກຕັ້ງລັດຖະສະພາ ເອີຣົບ 1 ອາທິດ. ຜູ້ອອກສະໝັກຮັບເລືອກຕັ້ງຫລາຍຄົນ ໄດ້ຖະແຫຼງວ່າ ຈະຢຸດຕິຢ່າງເດັດຂາດບັນດາການເຄື່ອນໄຫວຂົນຂວາຍຂອງ Monsanto ຢູ່ບັນດາອົງການສູງສຸດຂອງ ເອີຣົບ ຢູ່ ບຣຸກແຊນ.

ຕອບກັບ

ຂ່າວ/ບົດ​ອື່ນ