ການເລືອກຕັ້ງ ຕວັກກີ: ທ່ານປະທານາທິບໍດີ Tayyip Erdogan ແລະ ການນຳພັກຝ່າຍຄ້ານ Kemal Kilicdaroglu ແຂ່ງຂັນກັນໃນຮອບທີ 2
(VOVWORLD) - ຕາມຂໍ້ກຳນົດຂອງກົດໝາຍ ຕວັກກີ, ຖ້າຫາກວ່າ ບໍ່ມີຜູ້ສະໝັກເລືອກຕັ້ງຄົນໃດຍາດໄດ້ຈຳນວນບັດສະໜັບສະໜູນ ແຕ່ 50% ຂຶ້ນໄປນັ້ນ, ທ່ານປະທານາທິບໍດີ ຄົນປັດຈຸບັນ Tayyip Erdogan ແລະ ທ່ານ Kemal Kilicdaroglu ຈະກ້າວເຂົ້າສູ່ຮອບເລືອກຕັ້ງທີ 2, ເຊິ່ງຄາດວ່າ ຈະດຳເນີນໃນວັນທີ 28 ພຶດສະພາ ຈະມາເຖິງ.
ທ່ານປະທານາທິບໍດີ Tayyip Erdogan (ເບື້ອງຊ້າຍ) ແລະ ຄູ່ແຂ່ງ Kemal Kilicdarogl (ເບື້ອງຂວາ) (ພາບ: AP) |
ຜົນການເລືອກຕັ້ງປະທານາທິບໍດີ ແລະ ສະພາແຫ່ງຊາດໃນເບື້ອງຕົ້ນ ໂດຍສະພາເລືອກຕັ້ງສູງສຸດ ຕວັກກີ (YSK) ປະກາດໃນຕອນເຊົ້າວັນທີ 15 ພຶດສະພາ ໃຫ້ເຫັນວ່າ ດ້ວຍ 96,41% ຈຳນວນບັດທີ່ໄດ້ນັບທັງໝົດ, ທ່ານປະທານາທິບໍດີ Tayyip Erdogan ຂຶ້ນກັບພັກຍຸຕິທຳ ແລະ ພັດທະນາ (AKP) ກຳອຳນາດ ຍາດໄດ້ 49,42%, ໃນຂະນະນັ້ນ ຄູ່ແຂ່ງ Kemal Kilicdaroglu ຂຶ້ນກັບສະຫະພັນແຫ່ງຊາດ ແລະ ພັກປະຊາຊົນສາທາລະນະ (CHP) ຝ່າຍຄ້ານ ກວມເອົາ 44,88%.
ຕາມຂໍ້ກຳນົດຂອງກົດໝາຍ ຕວັກກີ, ຖ້າຫາກວ່າ ບໍ່ມີຜູ້ສະໝັກເລືອກຕັ້ງຄົນໃດຍາດໄດ້ຈຳນວນບັດສະໜັບສະໜູນ ແຕ່ 50% ຂຶ້ນໄປນັ້ນ, ທ່ານປະທານາທິບໍດີ ຄົນປັດຈຸບັນ Tayyip Erdogan ແລະ ທ່ານ Kemal Kilicdaroglu ຈະກ້າວເຂົ້າສູ່ຮອບເລືອກຕັ້ງທີ 2, ເຊິ່ງຄາດວ່າ ຈະດຳເນີນໃນວັນທີ 28 ພຶດສະພາ ຈະມາເຖິງ.