ການເລືອກຕັ້ງຢູ່ສ.ເຊັກ: ພັກສັງຄົມ - ປະຊາທິປະໄຕ ຍາດໄດ້ໄຊຊະນະ
ການນຳ ພັກສັງຄົມ - ປະຊາທິປະໄຕ
(ພາບ: Reuters)
(vovworld) - ສິ້ນສຸດການເລືອກຕັ້ງສະພາຕໍ່າເຊັກ ກ່ອນກຳນົດເວລາໃນວັນທີ 26 ຕຸລາ, ພັກສັງຄົມ - ປະຊາທິປະໄຕ (CSSD) ຍາດໄດ້ທີ່ໜຶ່ງ ດ້ວຍກວ່າ 20% ຈຳນວນບັດສະໜັບສະໜູນ ເທົ່າກັບ 50 ຈຳນວນທີ່ນັ່ງ. ແຕ່ບໍ່ໍພຽງພໍເພື່ອຕັດສິນ, ເຮັດໃຫ້ການສ້າງຕັ້ງລັດຖະບານປະສົມກາຍເປັນບັນຫາສັບສົນສຳລັບພັກນີ້.
ທ່ານອະດີດລັດຖະມົນຕີກະຊວງການເງິນ Sobotka, ການນຳ CSSD ຖະແຫຼງວ່າ ໄດ້ກຽມພ້ອມໃຫ້ແກ່ການເຈລະຈາທີ່ຫຍຸ້ງຍາກ ແລະ ຢືນຢັນຈະມານະພະຍາຍາມເພື່ອສ້າງຕັ້ງລັດຖະບານທີ່ເໝາະສົມ ແລະ ມີສະຖຽນລະພາບ. ທ່ານຢືນຢັນວ່າ ຈະຮ່ວມມືກັບທຸກໆພັກຝ່າຍ, ເວັ້ນເສຍແຕ່ 2 ພັກເບື້ອງຂວາໃນລັດຖະບານທີໄກ້ຈະໝົດອາຍຸການ. ໃນຂະນະນັ້ນ, ການນຳຂະບວນການ Ano ຖະແຫຼງວ່າ ຈະບໍ່ເຂົ້າຮ່ວມລັດຖະບານຂອງ CSSD, ຍ້ອນປະຈຸບັນເງື່ອນໄຂຮ່ວມມືບໍ່ອະນຸດຍາດ. ໝາກຜົນການເລືອກຕັ້ງ ຄາດວ່າຈະໄດ້ຮັບປະກາດຢ່າງເປັນທາງການ ໃນວັນທີ 30 ຕຸລາ ຈະມາເຖິງ.