ການເສັງ ”ຊອກຮູ້ປະຫວັດສາດແຫ່ງການພົວພັນພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ”

ການເສັງ ”ຊອກຮູ້ປະຫວັດສາດແຫ່ງການພົວພັນພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ” - ảnh 1
ພິທີ​ປຸກລະດົມ​ການ​ເສັງ”ຊອກ​ຮູ້​ປະຫວັດສາດ​​ແຫ່ງການ​ພົວພັນ​ພິ​ເສດ​
ຫວຽດນາມ​-ລາວ, ລາວ-ຫວຽດນາມ”
(ພາບ: thanhnien.com.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 21/6, ຢູ່​ຮ່າ​ໂນ້ຍ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ແລະ ກົ​ມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ປຸກລະດົມ​ການ​ເສັງ”ຊອກ​ຮູ້​ປະຫວັດສາດ​​ແຫ່ງການ​ພົວພັນ​ພິ​ເສດ​ຫວຽດນາມ​-ລາວ, ລາວ-ຫວຽດນາມ”. ​ເພື່ອ​ແນ​ໃສ່​ຕອບ​ສະໜອງ ”ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ຫວຽດນາມ-ລາວ 2012”, ສະ​ເຫຼີ​ມສະຫຼອງ 50 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ​ແລະ 35 ປີ ​ແຫ່ງ​ວັນ​ເຊັນສົນທິ​ສັນຍາມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ປະກອບສ່ວນ​ໂຄສະນາ, ສຶກສາ​ມູນ​ເຊື້ອ​ປະຕິວັດ, ​ໂດຍ​ສະ​ເພາະ​ແມ່ນ​ລຸ້ນໜຸ່ມ​ສອງ​ປະ​ເທດ ກ່ຽວ​ກັບ​ນ້ຳ​ໃຈ​ມິດຕະພາບ​ແບບ​ພິ​ເສດ​ຫວຽດນາມ-ລາວ, ລາວ-ຫວຽດນາມ. ການ​ເສັງ​ຍັງ​ເພື່ອ​ແນ​ໃສ່​ຕໍ່ສູ້​ຕ້ານ​​ຖ້ອຍ​ທຳນອງ​ເສກ​ສັນ​ປັ້ນ​ແຕ່ງ​, ບິດ​ເບືອນ​ຄວາມ​ຈິງກ່ຽວ​ກັບປະຫວັດສາດ, ກໍ່​ຄວາມ​ແບ່ງ​ແຍກ​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ​ແບບ​ພິ​ເສດ​ຫວຽດນາມ-ລາວ​ຂອງ​ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ.

ຂ່າວ/ບົດ​ອື່ນ