ພາບປະກອບ
(vovworld) - ຕອນເຊົ້າວັນທີ 14/9. ສະມາຄົມຄົນຕາບອດນະຄອນໂຮ່ຈີມິນ ໄດ້ສົມທົບກັບສະມາຄົມໄອທີ, ພະແນກຖະແຫຼງຂ່າວ ແລະ ສື່ສານນະຄອນ ຈັດຕັ້ງ ການເສັງໄອທີສຳລັບຄົນຕາບອດຄັ້ງທຳອິດ ດ້ວຍຫົວຂໍ້ວ່າ “ຮູ້ໄອທີ ເພື່ອໃຫ້ຊີວິດດີກວ່າ“. ການເສັງຄັ້ງນີ້ມີນັກສອບເສັງ 17 ຄົນເຂົ້າຮ່ວມ…ດ້ວຍການນຳໃຊ້ເວັບໄຊສຳລັບຄົນພິການ. ນອກນັ້ນຍັງມີການເສັງປະດິດສ້າງສຳລັບຄົນພິການ. ນີ້ແມ່ນໜຶ່ງໃນບັນດາການຄົ້ນຄ້ວາທີ່ມີລັກສະນະໝູນໃຊ້ສູງ, ອີງຕາມຄວາມຮຽກຮ້ອງຕ້ອງການ ແລະ ເງື່ອນໄຂນຳໃຊ້ຂອງຄົນພິການຫວຽດນາມ. ໃນພິທີ, ບັນດາຫົວໜ່ວຍອຸປະກາລະກໍ່ໄດ້ມອບຄອມພີວເຕີ 5 ຊຸດໃຫ້ສະມາຄົມຄົນຕາບອດນະຄອນ.