ການແລກປ່ຽນດ້ານການ ຄ້າລະຫວ່າງຫວຽດນາມ -ບຣາຊິນເພີ່ມຂຶ້ນຢ່າງແຮງ
ໂທລະສັບ ແລະ ເຄື່ອງອາໄລ່ແມ່ນສິນຄ້າສົ່ງອອກ
ຕົ້ນຕໍ່ຂອງຫວຽດນາມໄປຍັງບຣາຊິນ ໃນໄຕມາດທີ 1/2014
(ພາບ: TTXVN)
(vovworld)- ການແລກປ່ຽນດ້ານການຄ້າລະຫວ່າງຫວຽດນາມ-ບຣາຊິນ ໃນໄຕມາດທີ 1 ປີ 2014 ບັນລຸກ່ວາ 670 ລ້ານ USD, ເພີ່ມຂຶ້ນເກືອບ 42% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ, ໃນນັ້ນ, ການສົ່ງອອກຂອງສອງປະເທດລ້ວນແຕ່ເພີ່ມຂຶ້ນແຮງ. ໃນ 3 ເດືອນຕົ້ນປີ 2014, ຫວຽດນາມ ສົ່ງອອກປະລິມານສິນຄ້າທີ່ມີມູນຄ່າເກືອບ 380 ລ້ານ USD ໄປຍັງ ບາຣາຊິນ ແລະ ນຳເຂົ້າປະລິມານສິນຄ້າທີ່ມີມູນຄ່າເກືອບ 295 ລ້ານ USD, ເພີ່ມຂຶ້ນ 48,6% ແລະ 34,2%.
ໃນປີ 2013, ການແລກປ່ຽນດ້ານການຄ້າລະຫວ່າງຫວຽດນາມ-ບຣາຊິນ ບັນລຸ 2,33 ຕຶ້ USD, ເພີ່ມຂຶ້ນ 42,3 % ເມື່ອທຽບກັບປີ 2012. ນີ້ແມ່ນປີທຳອິດວົງເງິນການຄ້າລະຫວ່າງສອງປະເທດລື່ນກາຍຕົວເລກ 2 ຕຶ້ USD ແລະ ເຮັດໃຫ້ ບຣາຊິນ ປັບປຸງທີ່ຕັ້ງແມ່ນຄູ່ການຄ້າລາຍໃຫ່ຍອັນດັບ 1 ຂອງຫວຽດນາມ ຢູ່ອາເມລິກາລາຕິນ./.