ການໂອ້ລົມສົນທະນາກ່ຽວກັບການປ້ອງກັນແລະຕ້ານການສໍ້ລາດບັງຫລວງ ຄັ້ງທີ13
ການໂອ້ລົມສົນທະນາກ່ຽວກັບການປ້ອງກັນແລະຕ້ານ
ການສໍ້ລາດບັງຫລວງ
ພາບ:baocongthuong.com
|
(vovworld)- ການໂອ້ລົມສົນທະນາດັ່ງກ່າວພາຍໃຕ້ຫົວຂໍ້ວ່າ “ບັນດາມາດຕະການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ ແລະ ເກັບເອົາຊັບສິນສໍ້ລາດບັງຫລວງ”, ໂດຍອົງການກວດກາລັດຖະບານ ແລະ ກະຊວງຍຸຕິທຳ ແລະ ສະຖານທູດອັງກິດຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 26/11 ຢູ່ ຮ່າໂນ້ຍ. ກ່າວຄຳເຫັນໄຂພິທີ, ທ່ານ ຮ່າຮຸ່ງເກືອງ, ລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ຢືນຢັນວ່າ: ຈຸດໝາຍ, ວິທີສຳພັດໃນການປ້ອງກັນ, ຕ້ານການສໍ້ລາດບັງຫລວງຂອງຫວຽດນາມແມ່ນຄ້າຍຄືກັບສາກົນ. ນະໂຍບາຍປ້ອງກັນ,ຕ້ານການສໍ້ລາດບັງຫລວງຂອງຫວຽດນາມຍາມໃດກໍຖືການປ້ອງກັນເຫດແມ່ນມາດຕະການສຳຄັນ, ເປັນພື້ນຖານ, ຄວນໄດ້ຮັບການປະຕິບັດຢ່າງຂ້ຽວຂາດ,ຮອບດ້ານຢູ່ທຸກຂັ້ນ,ທຸກຂະແຫນງການ, ທຸກຂົງເຂດ, ທຸກພາກສ່ວນສັງຄົມ.
“ເຖິງວ່າໄດ້ມີຄວາມມານະພະຍາຍາມຫລາຍຢ່າງກໍຕາມ ແຕ່ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງເວົ້າລວມກໍຄືການປ້ອງກັນການສໍ້ລາດບັງຫລວງເວົ້າສະເພາະ ແລະ ການເກັບເອົາຊັບສິນສໍ້ລາດບັງຫລວງເວົ້າສະເພາະຢູ່ຫວຽດນາມ ຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫລາຍຢ່າງ. ເພາະສະນັ້ນ ບັນດາບົດລາຍງານຄົ້ນຄ້ວາ, ຄຳເຫັນສະເຫນີ ແລະ ພຶດຕິກຳກ່ຽວກັບບັນດາມາດຕະການປ້ອງກັນການສໍ້ລາດບັງຫລວງ ແລະ ເກັບເອົາຊັບສິນສໍ້ລາດບັງຫລວງຖືກແນະນຳທີ່ການໂອ້ລົມສົນທະນາຈະແມ່ນຂໍ້ມູນຂ່າວອັນລ້ຳຄ່າເພື່ອໃຫ້ບັນດາອົງການກ່ຽວຂ້ອງຂອງຫວຽດນາມທາບທ່າມ, ຄົ້ນຄ້ວາເພື່ອໝູນໃຊ້ໃນເງື່ອນໄຂແລະພຶດຕິກຳຢູ່ຫວຽດນາມ.”