ການໂອ້ລົມສົນທະນາ“ຊາວໜຸ່ມກັບການຕ່າງປະເທດປະຊາຊົນແລະກຳນົດທິດທັກສະໃນການດຳລົງຊີວິດ”
ການໂອ້ລົມສົນທະນາ ແລະ ພົບປະແລກປ່ຽນດ້ວຍຫົວຂໍ້ວ່າ “ຊາວໜຸ່ມກັບການຕ່າງປະເທດປະຊາຊົນ ແລະ ກຳນົດທິດທັກສະໃນການດຳລົງຊີວິດ”
|
(vovworld) – ວັນທີ 4/11, ຢູ່ ຮ່າໂນ້ຍ, ສູນພົວພັນແລກປ່ຽນວັດທະນະທຳ ແລະ ການຮ່ວມມືສາກົນ (ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ) ແລະ ຄະນະຊາວໜຸ່ມອົງການສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ສົມທົບກັບສະຫະພັນຊາວໜຸ່ມສາກົນ (IYF) ໄດ້ຈັດຕັ້ງການໂອ້ລົມສົນທະນາ ແລະ ພົບປະແລກປ່ຽນດ້ວຍຫົວຂໍ້ວ່າ “ຊາວໜຸ່ມກັບການຕ່າງປະເທດປະຊາຊົນ ແລະ ກຳນົດທິດທັກສະໃນການດຳລົງຊີວິດ”. ເມື່ອແບ່ງປັນທີ່ການໂອ້ລົມສົນທະນາກ່ຽວກັບບົດບາດຂອງຊາວໜຸ່ມຕໍ່ການຕ່າງປະເທດປະຊາຊົນໃນໄລຍະເຊື່ອມໂຍງ, ທ່ານ ຟ້າມວັນເຈືອງ, ຮອງປະທານຄະນະກຳມະການສັນຕິພາບ ຫວຽດນາມ ເນັ້ນໜັກວ່າ: ໃນສະພາບການພາຍໃນ ແລະ ສາກົນບໍ່ພຽງແຕ່ນຳເອົາກາລະໂອກາດ, ສິ່ງສະດວກ ເທົ່ານັ້ນ ຫາກຍັງນຳເອົາໃຫ້ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍມາໃຫ້ລຸ້ນໜຸ່ມໃນປະຈຸບັນອີກດ້ວຍ. ເພື່ອມີຄຸນນະທາດ, ເຈດຈຳນົງ, ລະດັບຄວາມຮູ້ຢ່າງພຽງພໍເພື່ອເສີມຂະຫຍາຍຄວາມສະດວກ, ໝູນໃຊ້ກາລະໂອກາດ, ແກ້ໄຂຄວາມຫຍຸ້ງຍາກ, ຜ່ານຜ່າສິ່ງທ້າທາຍ, ຊາວໜຸ່ມແຕ່ລະຄົນຕ້ອງເສີມຂະຫຍາຍນ້ຳໃຈຮ່ຳຮຽນດ້ວຍຕົນເອງ, ຝຶກຝົນຫຼໍ່ຫຼອມດ້ວຍຕົນເອງ, ມີນ້ຳໃຈ ແລະ ມີລະດັບຄວາມຮູ້ຢ່າງພຽງພໍເພື່ອເຂົ້າຮ່ວມພາລະກິດຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ເປັນເຈົ້າການເຂົ້າຮ່ວມພື້ນຖານເສດຖະກິດພຸມປັນຍາ ແລະ ວິວັດແຫ່ງການເຊື່ອມໂຍງເຂົ້າກັບສາກົນ. ການໂອ້ລົມສົນທະນາກໍ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງ 66 ປີແຫ່ງວັນມູນເຊື້ອສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (17/11/1950 – 17/11/2016), ພ້ອມກັນນັ້ນນີ້ກໍ່ແມ່ນການເຄື່ອນໄຫວນອນໃນຂອບເຂດຂໍ້ຕົກລົງຮ່ວມມືລະຫວ່າງສູນພົວພັນແລກປ່ຽນວັດທະນະທຳ ແລະ ຮ່ວມມືສາກົນ ແລະ ສະຫະພັນຊາວໜຸ່ມສາກົນ. ການໂອ້ລົມສົນທະນາກໍ່ແມ່ນກາລະໂອກາດເພື່ອໃຫ້ບັນດາຜູ້ແທນ, ບັນດາເພື່ອນໜຸ່ມພ້ອມກັນປຶກສາຫາລື, ແບ່ງປັນ ແລະ ພົບປະແລກປ່ຽນກັບບັນດານັກປາຖະກະຖາເພື່ອມີຄວາມເຂົ້າໃຈເລິກເຊິ່ງກ່ວາກ່ຽວກັບບົດບາດຂອງຊາວໜຸ່ມສຳລັບການຕ່າງປະເທດປະຊາຊົນໃນໄລຍະເຊື່ອມໂຍງ ແລະ ໝູນໃຊ້ບັນດາທັກສະການດຳລົງຊີວິດເຂົ້າໃນສະພາບການຕົວຈິງ.