(vovworld) – ການໃຊ້ຄວມຮຸນແຮງສືບຕໍ່ເກີດຂຶ້ນລີບີ ໃນຂະນະທີ່ມີຜູ້ເສຍຊີວິດຢ່າງໜ້ອຍຊຸດແມ່ນ 38 ຄົນ ໃນການປະທະກັນລະຫວ່າງກຳລັງພິເສດລີບີ ກັບພວກກະບົດ ມຸດສລິມ ຢູ່ນະຄອນ Benghazi, ພາກຕາເວັນອອກຂອງປະເທດນີ້. ບັນດາການປະທະກັນທີ່ນອງເລືອດເກີດຂຶ້ນໃນຕອນຄໍ່າວັນທີ 26/07 ແລະ ຕອນເຊົ້າວັນທີ 27/07 ພາຍຫຼັງທີ່ບັນດາກຸ່ມກະບົດມຸດສລິມ ບຸກໂຈມຕີສຳນັກບັນຊາຂອງກົມກອງປະຕິບັດໜ້າທີ່ພິເສດລີບີ, ໃກ້ກັບໃຈກາງນະຄອນ Benghazi. ຜູ້ເສຍຊີວິດໃນການປະທະກັນຄັ້ງນີ້ສ່ວນຫຼາຍແມ່ນສາມັນຊົນ ແລະ ທະຫານລັດຖະບານ. ໃນຂະນະນັ້ນ, ບັນດາການປະທະກັນລະຫວ່າງກຸ່ມຊາວມຸດສລິມປະກອບອາວຸດ ຍັງສືບຕໍ່ເກີດຂຶ້ນຢູ່ໃກ້ກັບສະໜາມບິນຢູ່ນະຄອນຫຼວງ Tripoli. ມີລູກຈະຫຼວດລູກໜຶ່ງ ໄດ້ຍິງຕົກໃສ່ເຮືອນຂອງຊາມັນຊົນ, ເຮັດໃຫ້ 23 ຄົນເສຍຊີວິດ. ຜູ້ເສຍຊີວິດສ່ວນຫຼາຍແມ່ນກຳມະກອນອີຍີບ.