ກາລະໂອກາດ ຂອງວິສາຫະກິດ ຫວຽດນາມ ຈາກ ສັນຍາ TPP


ກາລະໂອກາດ  ຂອງວິສາຫະກິດ ຫວຽດນາມ ຈາກ ສັນຍາ TPP - ảnh 1

(vovworld)-  ສັນຍາ​ຄູ່​ຮ່ວມ​ມື​ເຂດ​ປາຊີ​ຟີ​ກ ​ແລະ ກາລະ​ໂອກາດ​ສຳລັບວິ​ສາ​ຫະກິດ ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ ​ໂດຍ​ສູນ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ​ນະຄອນ ​ໂຮ່ຈິ​ມິນ ​ຈັດ​ຕັ້ງ​ຂຶ້ນ ​ໃນ​ວັນ​ທີ 30/1 ຢູ່ ນະຄອນ ​ໂຮ່ຈິ​ມິນ. ບັນດາ​ຜູ້​ຊ່ຽວຊານ​ຖື​ວ່າ: ​ເຂົ້າຮ່ວມ​ສັນຍາ ຄູ່​ຮ່ວມ​ມື​ເຂດ​ປາຊີ​ຟີ​ກ (​TPP), ຊ່ວຍ​ເພີ່ມ​ກາລະ​ໂອກາດ​ສຳ​ພັດ​ກັບ​ຕະຫລາດ, ຊຸກຍູ້​ການ​ສົ່ງ​ອອກ​ສິນຄ້າ​ຂອງ ຫວຽດນາມ, ພ​ິ​ເສດ ​ແມ່ນ​ຕະຫລາດ​ອາ​ເມ​ລິ​ກາ ​ໃຫ້​ແກ່​ບັນດາ​ຜະລິດ​ຕະພັນ​ທີ່​ມີ​ທ່າ​​ແຮງ​ຄື: ຕຳ​ແຜ່ນ​ຕັດຫຍິບ, ສິນ​​ໃນ​ນ້ຳ, ​ເກີບ​ຫນັງ, ຜະລິດ​ຕະພັນ​ໄມ້..​ຄຽງ​ຄູ່​ກັນ​ນັ້ນ, ການ​ຊຸກຍູ້​ການ​ລົງທຶນ​ຂອງ​ອາ​ເມ​ລິ​ກາ ​ເຂົ້າ ຫວຽດນາມ​, ຍາດ​ແຍ່ງ​ບັນດາ​ກາລະ​ໂອກາດ​ຈາກ​ວິວັດ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃຫມ່​ກໍ​ຄືທ່າ​ອ່ຽງຮ່ວມ​ສຳພັນ​ເສດຖະກິດ​ພາກ​ພື້ນ. ພ້ອມ​ທັງ​ປະກອບສ່ວນ​ຍົກ​ສູງບົດບາດ​ທີ່​ຕັ້ງ​ຂອງ ຫວຽດນາມ ​ໃນ​ເວທີສາກົນ, ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ສາກົນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ສັນຍາ​ນີ້​ຈະ​ສ້າງ​ກຳລັງ​ດັນ​ກ່ຽວ​ກັບ​ການ​ເປີດ​ປະຕູ​ຕະຫລາດ, ຄວາມ​ສາມາດ​ແກ້ງ​ແຍ້​ງຂອງ ວິ​ສາ​ຫະກິດ ຫວຽດນາມ ສຳລັບ​ສາກົນ
ຂ່າວ/ບົດ​ອື່ນ