ພາບປະກອບ:internet
|
(vovworld) - ເວທີປາໄສ “ກາລະໂອກາດ ແລະ ສິ່ງທ້າທາຍຂອງການພັດທະນາອຸດສາຫະກຳສຳຮອງ ຫວຽດນາມ ມຸ່ງໄປເຖິງປະຊາຄົມເສດຖະກິດ ອາຊຽນ” ໄດ້ດຳເນີນໄປໃນຕອນບ່າຍວັນທີ 23/5 ຢູ່ ຮ່າໂນ້ຍ. ໃນຊຸມປີຜ່ານມາ, ອຸດສາຫະກຳສຳຮອງມີບົດບາດໃຫຍ່ຫລວງ, ຊຸກຍູ້ຂະແຫນງອຸດສາຫະກຳ ຫວຽດນາມ ພັດທະນາແບບຍືນຍົງ, ມີລັກສະນະແກ້ງແຍ້ງ. ເຖິງຢ່າງໃດກໍຕາມ, ເລ່ືອງພັດທະນາຂະແຫນງອຸດສາຫະກຳສຳຮອງ ຢູ່ ຫວຽດນາມ ເມື່ອທຽບໃສ່ພາກພື້ນ ແລະ ໂລກແມ່ນບໍ່ທັນສົມຄູ່ເທື່ອ. ນີ້ກໍແມ່ນຫນຶ່ງໃນບັນດາສາຍເຫດກໍການກີດຂວາງຕໍ່ການລົງທຶນຂອງຕ່າງປະເທດ ຢູ່ ຫວຽດນາມ ໃນໄລຍະມໍ່ໆມານີ້. ທ່ານນາງ Dao Thu Vinh, ຮອງຫົວຫນ້າພະແນກອຸດສາຫະກຳການຄ້າ ຮ່າໂນ້ຍ ຖືວ່າ:
“ປະຈຸບັນ ບັນດາວິສາຫະກິດຕ່າງປະເທດ ຢູ່ ຮ່າໂນ້ຍ ຍາກທີ່ຈະຊອກໄດ້ວິສາຫະກິດອຸດສາຫະກຳສຳຮອງພາຍໃນປະເທດ. ຖ້າຫາກບໍ່ບືນຕົວຂຶ້ນຢ່າງແຂງແຮງ, ຂະແຫນງນີ້ອາດຈະຖືກບັນດາວິສາຫະກິດທີ່ມາຈາກຫລາຍປະເທດໃນພາກພື້ນຢືດຄອງ.”
ເພື່ອພັດທະນາຂະແຫນງອຸດສາຫະກຳສຳຮອງໃນໄລຍະຈະມາເຖິງ, ຜູ້ແທນຫລາຍທ່ານຖືວ່າ: ຄວນສ້າງຕັ້ງບັນດາເຂດ, ກຸ່ມອຸດສາຫະກຳຮ່ວມສຳພັນກັບລະຫວ່າງຂະແຫນງ. ບັນດານັກລົງທຶນພາຍໃນປະເທດ ຕ້ອງຊອກຫາທ່າອ່ຽງອຸດສາຫະກຳໃຫມ່ຈຶ່ງສາມາດທັດທຽມກັບລະດັບຄວາມໄວຂອງຍຸກສະໄຫມໄດ້.