ກາລະໂອກາດ ແລະ ສິ່ງທ້າທາຍເມື່ອເຂົ້າຮ່ວມສັນຍາການຄ້າເສລີ
(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 15/04, ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ໄດ້ສົມທົບກັບອົງການພັດທະນາອາເມລິກາ ຈັດຕັ້ງກອງປະຊຸມສຳມະນາ “ສະພາແຫ່ງຊາດກັບການເຈລະຈາ, ລົງນາມ ແລະ ປະຕິບັດບັນດາສັນຍາການຄ້າເສລີ”. ຕາມບົດລາຍງານທີ່ກອງປະຊຸມສຳມະນາແລ້ວ, ມາຮອດປະຈຸບັນ, ຫວຽດນາມ ໄດ້ລົງນາມໃນ 8 ສັນຍາການຄ້າເສລີ ແລະ ພວມເຈລະຈາ 7 ສັນຍາອື່ນ. ບັນດາສັນຍາການຄ້າເສລີເຊິ່ງຫວຽດນາມ ເຂົ້າຮ່ວມສ່ວນຫຼາຍສຸມໃສ່ເຂົ້າໃນພາກພື້ນອາຊີ, ອາຊຽນ, ຈີນ ແລະ ບັນດາພື້ນຖານເສດຖະກິດໃຫຍ່ຄື ອາເມລິກາ, ສະຫະພາບເອີລົບ. ສັນຍາການຄ້າເສລີ ຈະສົງຜົນທ້ອນຢ່າງແຮງເຖິງການເຄື່ອນໄຫວດຳເນີນທຸລະກິດຂອງວິສາຫະກິດຫວຽດນາມ ເມື່ອຂັ້ນຕອນຫຼຸດຜ່ອນອັດຕາພາສີພວມໄດ້ຮັບການປະຕິບັດ, ພ້ອມທັງຈະສ້າງຕະຫຼາດສົ່ງອອກທີ່ກວ້າງໃຫຍ່ ດ້ວຍລະດັບພາສີຕົ້ນຕໍ່ແມ່ນ 0% ແລະ ດຶງດູດການລົງທຶນ, ຊຸກຍູ້ການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ສ້າງກຳລັງດັ່ນຍົກສູງການແກ່ງແຍ່ງຂອງບັນດາວິສາຫະກິດ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໃຫ້ຂໍ້ສັງເກດວ່າ: ຄຽງຂ້າງບັນດາກາລະໂອກາດ, ສິ່ງທະທາຍອັນດັບໜຶ່ງເຊິ່ງຫວຽດນາມ ຕ້ອງປະເຊີນໜ້າ ແມ່ນໄພນຳເຂົ້າເກີນດູນເພີ່ມຂຶ້ນສູງ ຍ້ອນບັນດາຄວາມແກ່ງແຍ່ງດ້ານລາຄາ, ເຕັກໂນໂລຊີ ແລະ ໂຄງປະກອບການຜະລິດ, ເງິນຕາ. ພ້ອມກັນນັ້ນແມ່ນລະບົບກົດໝາຍ ຍັງບໍ່ທັນຄົບຖ້ວນ, ບໍ່ທັນເໝາະສົມເພື່ອປະຕິບັດຄຳໝັ້ນສັນຍາສາກົນ. ສະນັ້ນ, ບັນຫາທີ່ວາງອອກໃຫ້ຫວຽດນາມ ແມ່ນ ຕ້ອງສືບຕໍ່ປັບປຸງລະບົບເອກະສານດ້ານກົດໝາຍ, ປັບປຸງບັນດາກົດໝາຍໃນຂົງເຂດຊັບສິນທາງປັນຍາ, ແຮງງານ, ສິ່ງແວດລ້ອມ, ຫັນບັນດາຄຳໝັ້ນສັນຍາສາກົນໃໝ່ເປັນກົດໝາຍ.