ກຳປູເຈຍ:ພັກCNRPສືບຕໍ່ຮຽກຮ້ອງໃຫ້ສືບສວນການເລືອກຕັ້ງສະພາແຫ່ງຊາດຄືນໃໝ່
ຮອງປະທານ CNRP Kem Sokha
(ພາບ: AFP/TTXVN)
(vovworld) – ວັນທີ 30/3, ພັກກູ້ຊາດ ກຳປູເຈຍ (CNRP) ຝ່າຍຄ້ານໄດ້ອອກມະຕິສືບຕໍ່ຮຽກຮ້ອງໃຫ້ສືບສວນບັນດາການລະເມີດໃນການເລືອກຕັ້ງສະພາແຫ່ງຊາດເມື່ອເດືອນ 7/2013 ຫຼື ຈັດຕັ້ງການເລືອກຕັ້ງຄືນໃໝ່. ມະຕິລວມມີ 10 ຂໍ້ຂອງ CNRP ຢືນຢັນສະໜັບສະໜູນເລື່ອງເຈລະຈາກັບ ພັກປະຊາຊົນ ກຳປູເຈຍ (CPP) ກຳອຳນາດ ເພື່ອແນໃສ່ຊອກຫາມາດຕະການແກ້ໄຂສະພາບການບໍ່ມີທາງອອກດ້ານການເມືອງ ນັບແຕ່ພາຍຫຼັງການເລືອກຕັ້ງໃນເດືອນ 7/2013 ແຕ່ດ້ວຍຫຼັກການ “ສືບສວນ ຫຼື ເລືອກຕັ້ງຄືນໃໝ່”. ຕາມ CNRP ແລ້ວ, ໃນກໍລະນີເລືອກຕັ້ງຄືນໃໝ່, ຄະນະກຳມະການແຫ່ງຊາດ ກຳປູເຈຍ (NEC) ຕ້ອງໄດ້ຮັບການປະຕິຮູບຢ່າງເຖິງຖອງເພື່ອເໝາະສົມກັບລັດຖະທຳມະນູນ ແລະ ບັນຊີລາຍຊື່ສະມາຊິກຂອງຄະນະກຳມະການນີ້ຕ້ອງໄດ້ຮັບການຮັບຮອງເອົາຈາກ 2/3 ສະມາຊິກສະພາແຫ່ງຊາດ. CNRP ເນັ້ນໜັກວ່າ: ໃນໄລຍະບໍ່ທັນແກ້ໄຂວິກິດການການເມືອງພາຍຫຼັງການເລືອກຕັ້ງ, ບັນດາສະມາຊິກ CNRP ທີ່ໄດ້ຮັບການເລືອກຕັ້ງຈະບໍ່ໄດ້ເຂົ້າຮ່ວມສະພາແຫ່ງຊາດຊຸດທີ 5. ໃນກໍລະນີບັນດາຄຳຮຽກຮ້ອງບໍ່ໄດ້ຮັບການຕອບສະໜອງ, CNRP ຈະສືບຕໍ່ຈັດຕັ້ງບັນດາການແຫ່ຂະບວນປະທ້ວງຂະໜາດໃຫຍ່ເພື່ອຄັດຄ້ານ.