ກຳມາທິການເສດຖະກິດສະພາແຫ່ງຊາດຈັດວາລະປະຊຸມຄົບຄະນະຄັ້ງທີ 5

ກຳມາທິການເສດຖະກິດສະພາແຫ່ງຊາດຈັດວາລະປະຊຸມຄົບຄະນະຄັ້ງທີ 5 - ảnh 1
ທ່ານ​ນາງ Nguyen Thi Kim Ngan ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ
ກ່າວຄຳເຫັນທີ່ວາລະປະຊຸມ
ພາບ: TTXVN


(vovworld) - ວັນ​ທີ 10/10, ກຳມາ​ທິການ​ເສດຖະກິດ​ສະພາ​ແຫ່ງ​ຊາດ​​ໄດ້​ໄຂ​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 5, ກວດກາ​ບົດ​ລາຍ​ງານ​ຕີ​ລາຄາ​ສະພາບ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ ສັງຄົມ ປີ 2012, ວາງທິດ​ທາງ, ຫນ້າ​ທີ່​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2013, ກວດກາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ. ທ່ານ​ນາງ Nguyen Thi Kim Ngan ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ໄດ້​ເຂົ້າ​ຮ່ວມ​ວາລະ​ປະຊຸມ. ບົດ​ລາຍ​ງານ​ຕີ​ລາຄາ​ສະພາບ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖ​ະກິດ ສັງຄົມ ປີ 2012; ວາງທິດ​ທາງ, ຫນ້າ​ທີ່​ເສດຖະກິດ​ ສັງຄົມ​ປີ 2013. ວາລະ​ປະຊຸມ​ຢືນຢັນ​ວ່າ: ສະພາບ​ເສດຖະກິດ ສັງຄົມໄດ້ ​ແລະ ພວມ​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງຫນ້າ, ຖືກ​ທິດ. ​ໃນ​ຊຸມ​ເດືອນ​ທ້າ​ຍປີ 2012, ບັນດາ​ມາດ​ຕະການ​ຄວນ​ສຸມ​ໃສ່​ປະຕິບັດ​ນັ້ນ​ແມ່ນ ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຫນູນ​ຊ່ວຍ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ​ເປັນ​ເຈົ້າ​ການ​ບໍລິຫານ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ; ຮັບປະກັນ​ຊີວິດ​ສັງຄົມ, ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ.  ຄາດໝາຍ​ສັງ​ລວມ​ໃນ​ປີ 2013 ​ໄດ້​ກຳນົດ​ວ່າ: ​ເພີ່ມ​ທະວີ​ການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ​, ຄວບ​ຄຸມ​ໄພ​ເງິນ​ເຟີ້​ໃຫ້​ຕຳ​່ກວ່າ​ເມື່ອ​ທຽບ​ໃສ່​ລະດັບ​ປະຈຸ​ບັນ, ສູ້​ຊົນ​ບັນລຸລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ໃຫ້​ສູງ​ກວ່າ​ເມື່ອທຽບ​ໃສ່​ປີ 2012. ຍູ້​ແຮງ​ການ​ປະຕິບັດ 3 ຂອດ​ບຸກທະລຸ​ຍຸດ​ທະ​ສາດ​ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ, ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ, ຮັບປະກັນ​ຊີວິດ​ສັງຄົມ ​ແລະ ສະຫວັດດີ​ການ​ສັງຄົມ. ​ແລະ​ກໍ​​ໃນ​ວາລະ​ປະຊຸມ​, ຜູ້​ແທນ​ຫລາຍ​ທ່ານ​ມີຄຳ​ເຫັນ​​ເຫັນ​ດີ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ສະບັບ​ປັບປຸງ ​ໂດຍ​ກຳນົດ​ການ​ວາງ​ແຜນ​ກຳນົດ, ​ແຜນນຳ​ໃຊ້​ທີ່​ດິນ​ລະດັບ​ຊາດ, ຢູ່​ແຂວງ ​ແລະ ​ເມືອງ.

 

ຂ່າວ/ບົດ​ອື່ນ