(vovworld) – ວັນທີ 17/05, ອົງການຕິດຕາມສິດທິມະນຸດຊີຣີ (SOHR) ໃຫ້ຮູ້ວ່າ, ໃນການບຸກໂຈມຕີຂັບໄລ່ຢູ່ແຂວງ Deir al Zour, ທາງທິດຕາເວັນອອກຊີຣີ, ກຳລັງພິເສດອາເມລິກາ ໄດ້ດັບສູນມືປືນຂອງກຸ່ມລັດອິດສະລາມ (IS) ອ້າງຊື່ເອງ 35 ຄົນ, ໃນນັ້ນມີຫົວໜ້າ 4 ຄົນ. ຕາມທ່ານ Rami Abdel Rahman ຫົວໜ້າ SOHR ແລ້ວ, ໃນຈຳນວນຫົວໜ້າກຸ່ມ IS 4 ຄົນຖືກດັບສູນມີ Abu Sayyaf, ຜູ້ຮັບຜິດຊອບບັນຫານ້ຳມັນຂອງ IS, ເປົ້າໝາຍໜຶ່ງໄດ້ຮັບຖືວ່າ “ລັດຖະມົນຕີຊ່ວຍວ່າການປ້ອງກັນຄວາມສະຫງົບຂອງ IS” ແລະ ຜູ້ໜຶ່ງຮັບຜິດຊອບດ້ານສື່ສານຊາວຊີຣີ. ຕາມທ່ານ Rahman, 3 ໃນຈຳນວນ 4 ເປົ້າໝາຍດັ່ງກ່າວແມ່ນຊາວອາຟະລິກາເໜືອ.