ຂີດໝາຍຫວຽດນາມ ຢູ່ງານບຸນວັດທະນະທຳ Sakia ອີຢິບ

ຂີດໝາຍຫວຽດນາມ ຢູ່ງານບຸນວັດທະນະທຳ Sakia ອີຢິບ - ảnh 1
(ລາຍການ​ຟ້ອນ​ທີ່​ເຂັ້ມ​ຂົ້ນດ້ວຍ​ສີສັນ​ວັດທະນະທຳ​ຫວຽດນາມ)

(vovworld) – ວັນ​ທີ 26/02, ຢູ່​ນະຄອນຫຼວງ ກາຍ​ໂຣ, ປະ​ເທດ​ອີ​ຢິບ, ສະຖານທູດ​ຫວຽດນາມ ປະຈຳ​ອີ​ຢິບ ​ໄດ້​ເຂົ້າ​ຮ່ວມ​ງານ​ບຸນ​ວັດທະນະທຳ Sakia ຄັ້ງ​ທີ 12. ນີ້​ແມ່ນ​ງານ​ບຸນ​ວັດທະນະທຳ​ນາໆ​ຊາດ ທີ່​ໄດ້​ຮັບ​ການຈັດ​ຕັ້ງ​ປະຈຳ​ປີ​ຢູ່​ອີ​ຢິບ ​ເພື່ອ​ແນ​ໃສ່​ໂຄສະນາ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງຫຼາຍ​ປະ​ເທດ​ ​ແລະ ​ເຂດ​ແຄ້ວ​ນ​ໃນ​ທົ່ວ​ໂລກ. ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ບຸນ​ວັດທະນະທຳ Sakia ດ້ວຍ​ຮ້ານ​ວາງສະ​ແດງ​ບາງວັດຖຸ​ພັນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ປະ​ເທດ​ຄື: ​ເຄື່ອງ​ສິນລະປະ​ຫັດຖະກຳ, ພາບ​ແຕ້ມ​ບັນດາ​ເຂດ​ພາກ, ກຸບ… ພິ​ເສດ, ລາຍການ​ຟ້ອນ​ທີ່​ເຂັ້ມ​ຂົ້ນດ້ວຍ​ສີສັນ​ວັດທະນະທຳ​ຫວຽດນາມ ​ໂດຍ​ນັກ​ສຶກສາ​ຫວຽດນາມ ພວມ​ຮໍ່າຮຽນ​ຢູ່​ອີ​ຢິບ ສະ​ແດງ.

        ​ເຖິງ​ວ່າ, ​ເປັນ​ຄັ້ງ​ທຳ​ອິດ​ເຂົ້າ​ຮ່ວມ​ງານ​ບຸນ​ດັ່ງກ່າວ, ​ແຕ່​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ອີ​ຢິບ ​ໄດ​້ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີງາມ​ກ່ຽວ​ກັບ​ພາບ​ພົດ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ ​ໃນດວງ​ໃຈ​​ເພື່ອນ​ມິດ​ສາກົນຢູ່​ປະ​ເທດ​ອີ​ຢິບ.

ຂ່າວ/ບົດ​ອື່ນ