ຂໍ້ຕົກລົງຢຸດຍິງຢູ່ ຢູແກຼນ ຍັງຄົງບໍ່ແນ່ນອນ
ກອງທັບຢູແກຼນ ໃຫ້ຮູ້ວ່າ ກຳລັງລັດຖະບານໄດ້ຖືກບຸກໂຈມຕີເຖິງ 60 ຄັ້ງໃນ2-3 ຊົວໂມງ ພາຍຫຼັງຄຳສັ່ງຢຸດຍິງມີຜົນບັງຄັບໃຊ້ |
(vovworld)- ຢູ່ ຢູແກຼນ, ການປະຕິບັດ ຂໍ້ຕົກລົງຢຸດຍິງທີ່ຫາກໍມີຜົນບັງຄັບໃຊ້ເມື່ອວັນທີ 15/2 ຢູ່ພາກຕາເວັນອອກຂອງປະເທດນີ້ ຍັງຄົງຖືກບັນດາຝ່າຍຕິດຕາມຢ່າງໃກ້ຊິດ. ແຕ່ການປະຕິບັດ ຂໍ້ຕົກລົງຢຸດຍິງນີ້ ຍັງຖືກລະແວງສົງໄສຂະນະທີ່ຍັງເກີດການຍິງປະທະກັນພາຍຫຼັງຄຳສັ່ງຢຸດຍິງມີຜົນບັງຄັບໃຊ້ພຽງ 2-3 ຊົວໂມງ. ວັນທີ 15/2, ກອງທັບຢູແກຼນ ໃຫ້ຮູ້ວ່າ ກຳລັງລັດຖະບານໄດ້ຖືກບຸກໂຈມຕີເຖິງ 60 ຄັ້ງໃນ2-3 ຊົວໂມງ ພາຍຫຼັງຄຳສັ່ງຢຸດຍິງມີຜົນບັງຄັບໃຊ້. ກົງກັນຂ້າມ, ໂຄສົກຂອງກຳລັງທວງເອົາເອກະລາດຍັງກ່າວຫາທະຫານກີແອບບຸກໂຈມຕີໃສ່ຖານທີ່ໝັ້ນຂອງເຂົາເຈົ້າໃນຄວາມພະຍາຍາມທີ່ແນໃສ່ທຳລາຍວົງລ້ອມ Debaltsevo.