ຂົນສົ່ງຂອງຂວັນບຸນເຕັດປີມະແມ 2015 ໄປຍັງເມືອງເກາະເຈືອງຊາ

    ຂົນສົ່ງຂອງຂວັນບຸນເຕັດປີມະແມ 2015 ໄປຍັງເມືອງເກາະເຈືອງຊາ - ảnh 1
ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທ​ດ,ບັນ​ດາ​ຜູ້​ທີ່​ຍົດ​ສັກ​ຕຳ​ແໜ່ງ​ທາງ​ສາ​ສະ​ໜາ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່ຫຼາຍ​ທີ່​ສຸດ​ເຖິງກອງ​ທັບ ແລະ ປະ​ຊາ​ຊົນ​ເມ​ືອງ​ເກາະ​ເຈືອງ​ຊາ

(vovworld)- ຕອ​ນ​ບ່າຍວັນ​ທີ 5/1, ຢູ່​ທ່າ​ກຳ​ປັ່ນ​ກາມ​ແຮງ, ກອງ​ບັນ​ຊາ​ການ​ທະ​ຫານ​ເຮືອ​ເຂດ 4 ໄດ້​ຈັດ​ພິ​ທີ​ອອກ​ເດີນ​ທາງ​ໃຫ້​ແກ່​ກຳ​ປັ່ນ 4 ລຳ​ທີ່​ຂົນ​ສົ່ງ​ຂອງ​ຂວັນ​ບຸນ​ເຕັດປີມະ​ແມ 2015 ເພື່ອມອບ​ໃຫ້​ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ທີ່​ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ເມືອງ​ເກາະ​ເຈືອງ​ຊາ ແຂວງ​ແຄ້ງ​ຮ່​ວາ. ກຳ​ປັ່ນ​ເຫຼົ່າ​ນັ້ນ​ໄດ້​ບັນ​ທຸກ​ຂອງ​ຂວັນ​ບຸນ​ເຕັດກວ່າ 30 ໂຕນ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ບັນ​ດາ​ອົງ​ການ​ສຳ​ນັກ​ງານ, ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​. ທ່ານ​ຫງວຽນ​ວຽດ​ທວນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົ​ນ​ເມ​ືອງ​ເກາະ​ເຈືອງ​ຊາ ແຂວງ​ແຄ້ງ​ຮ່​ວາ​ໃຫ້​ຮູ້​ວ່າ : (ເທບ)

    “ ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທ​ດ, ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ບັນ​ດາ​ຜູ້​ທີ່​ຍົດ​ສັກ​ຕຳ​ແໜ່ງ​ທາງ​ສາ​ສະ​ໜາ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່ຫຼາຍ​ທີ່​ສຸດ​ເຖິງກອງ​ທັບ ແລະ ປະ​ຊາ​ຊົນ​ເມ​ືອງ​ເກາະ​ເຈືອງ​ຊາ, ເພາະ​ສະ​ນັ້ນ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພະ​ນັກ​ງານ, ນັກ​ຮົບ​ນັບ​ມື້​ນັບ​ຖືກຍົກ​ສູງ​ຂຶ້ນ. ໃນ​ປີ 2014, ມີຫຼາຍ​ອົງ​ການ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ໄດ້​ມອບ​ຂອງ​ຂວັນ, ຝາກ​ຝັງ​ນ້ຳ​ໃຈ​ຄວາມ​ຮັກ​ແພງ​ເພື່ອ​ໃຫ້​ກອງ​ທັບ ແລະ ປະ​ຊາ​ຊົນ​ເມ​ືອງ​ເກາະ​ເຈືອງ​ຊາດຳ​ລົງ​ຊີ​ວິດ ແລະ ປົກ​ປັກ​ຮັກ​ສາ​ດິນດອນ​ຕອນ​ຫຍ້າ​ຂອງ​ປະ​ເທດ​ຊາດ.  ”

ຂ່າວ/ບົດ​ອື່ນ