ຂໍ້ລິເລີ່ມຮ່ວມ ຫວຽດນາມ - ຍີ່ປຸ່ນ ໄລຍະ 6

(VOVWORLD) - ຕອນບ່າຍວັນທີ 07 ທັນວາ, ທີ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ສົມທົບກັບສະຖານທູດ ຍີ່ປຸ່ນ ປະຈຳ ຫວຽດນາມ, ຄະນະກຳມະການເສດຖະກິດ ຫວຽດນາມ - ຍີ່ປຸ່ນ
ຂໍ້ລິເລີ່ມຮ່ວມ ຫວຽດນາມ - ຍີ່ປຸ່ນ ໄລຍະ 6 - ảnh 1 ຂໍ້ລິເລີ່ມຮ່ວມ ຫວຽດນາມ - ຍີ່ປຸ່ນ ໄລຍະ 6 (ພາບອິນເຕີແນັດ)

ຈັດຕັ້ງກອງປະຊຸມຂັ້ນສູງຄະນະກຳມະການປະສົມ ຕີລາຄາຂໍ້ລິເລີ່ມຮ່ວມ ຫວຽດນາມ - ຍີ່ປຸ່ນ ໄລຍະ 6 ເພື່ອສະຫລຸບສະພາບການປະຕິບັດຂໍ້ລິເລີ່ມໃນໄລຍະປະຕິບັດ 16 ເດືອນ, ນັບແຕ່ເດືອນ ສິງຫາ 2016 ຫາ ເດືອນ ທັນວາ 2017.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຈີ໋ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ:
“ສ່ວນລະອຽດ 2 ຝ່າຍຈະສືບຕໍ່ສົມທົບກັນກວດກາຄືນ, ຄົ້ນຄວ້າ ເພື່ອໃຫ້ພວກເຮົາ ນຳເຂົ້າເນື້ອໃນ ໄລຍະ 7 ຄື: ໜູນຊ່ວຍການພັດທະນາເຕັກໂນໂລຢີ ຫວຽດນາມ, ສົ່ງເສີມພາກສ່ວນເອກະຊົນເຂົ້າຮ່ວມການລົງທຶນ ໃນພັດທະນາໂຄງລ່າງ, ແລະ ຫລາຍເນື້ອໃນຕື່ມອີກ; ສືບຕໍ່ເຜີຍແຜ່ໂຄສະນາສັນຍາ ຫວຽດນາມ - ຍີ່ປຸ່ນ. ບັນດາເນື້ອໃນລະອຽດນີ້ 2 ຝ່າຍຈະສືບຕໍ່ແລກປ່ຽນນຳກັນ ເພື່ອເຫັນດີເປັນເອກະສັນນຳເຂົ້າເນື້ອໃນຂອງໄລຍະ 7 ເພື່ອໃຫ້ພວກເຮົາສືບຕໍ່ຜັນຂະຫຍາຍ.”
2 ຝ່າຍເຫັນດີເປັນເອກະພາບກ່ຽວກັບຫຼັກການຮ່ວມມືຜັນຂະຫຍາຍໄລຍະ 7 ຂໍ້ລິເລີ່ມຮ່ວມ ຫວຽດນາມ - ຍີ່ປຸ່ນ ດ້ວຍວິທີສຳພັດ, ວິທີການຜັນຂະຫຍາຍໃຫ້ເໝາະສົມກັບພຶດຕິກຳຕົວຈິງ, ປະກອບສ່ວນປັບປຸງສະພາບແວດລ້ອມແຫ່ງການລົງທຶນ ຫວຽດນາມ, ຍູ້ແຮງການລົງທຶນຂອງ ຍີ່ປຸ່ນ ເຂົ້າ ຫວຽດນາມ ກ່ວາອີກ, ພ້ອມທັງ ປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ