ຂົວຕໍ່ແລກປ່ຽນການຄ້າຢ່າງມີປະສິດທິຜົນ
ສະເຫຼີມສະຫຼອງ ວັນນັກທຸລະກິດຫວຽດນາມ ຄັ້ງທີ 12 ຢ່າງສົມກຽດ
(vovworld)- ຕອນຄ່ຳ ວັນທີ 13/10, ຢູ່ນະຄອນຫຼວງວຽງຈັນ ປະເທດລາວ, ສະມາຄົມວິສາຫະກິດຫວຽດນາມ ຮ່ວມມື ແລະ ລົງທຶນ ປະຈຳລາວ ໄດ້ສະເຫຼີມສະຫຼອງ ວັນນັກທຸລະກິດຫວຽດນາມ ຄັ້ງທີ 12 ຢ່າງສົມກຽດ. ກ່າວຄວາມເຫັນທີ່ພິທີ, ທ່ານ ຫງວຽນເທ໊ຫ່ຽນ, ປະທານສະມາຄົມວິສາຫະກິດຫວຽດນາມ ຮ່ວມມື ແລະ ລົງທຶນ ຢູ່ລາວ ໄດ້ຫວນຄືນ ວິວັດແຫ່ງການເຕີບໃຫຍ່ ແລະ ພັດທະນາ ກໍ່ຄືບັນດາຜົນງານທີ່ບັນດານັກທຸລະກິດຫວຽດນາມ ຢູ່ລາວບັນລຸໄດ້ໃນໄລຍະຜ່ານມາ. ໂດຍໄດ້ຮັບການສ້າງຕັ້ງຂື້ນໃນປີ 2010, ປັດຈຸບັນ ວິສາຫະກິດຫວຽດນາມ ຮ່ວມມື ແລະ ລົງທຶນ ຢູ່ລາວ ມີສະມາຊິກ ຫຼາຍກ່ວາ 300 ແຫ່ງ ເຄື່ອນໄຫວໃນທົ່ວປະເທດລາວ. ມາເຖິງປັດຈຸບັນ, ຍອດເງິນລົງທຶນທີ່ໃຫ້ຄຳໝັ້ນສັນຍາລົງທຶນ ຂອງບັນດາວິສາຫະກິດຫວຽດນາມ ເຂົ້າລາວ ບັນລຸກ່ວາ 5 ຕື້ USD, ຈັດອັນດັບທີ 3 ໃນຈຳນວນບັນດາປະເທດລົງທຶນຢູ່ປະເທດນີ້.
ແລະ ກໍ່ທີ່ພິທີ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳການຄ້າ ໄດ້ຍ້ອງຍໍ ແລະ ຕີລາຄາສູງ ບັນດາຜົນງານທີ່ດີເດັ່ນ ກໍ່ຄືບັນດາການປະກອບສ່ວນຂອງບັນດາວິສາຫະກິດຫວຽດນາມ ໃນພາລະກິດພັດທະນາເສດຖະກິດ-ສັງຄົມຂອງລາວ ໃນຊຸມປີຜ່ານມາ; ພ້ອມທັງ ສະແດງຄວາມປາດຖະໜາວ່າ: ໃນໄລຍະຈະມາເຖິງ ບັນດາວິສາຫະກິດຫວຽດນາມ ຈະສືບຕໍ່ມີບັນດາການປະກອບສ່ວນຫຼາຍກ່ວາອີກ ບໍ່ພຽງແຕ່ເພື່ອການພັດທະນາຂອງປະເທດລາວເທົ່ານັ້ນ, ຫາກຍັງຊ່ວຍລາວເຊື່ອມໂຍງເຂົ້າພື້ນຖານເສດຖະກິດຂອງພາກພື້ນ ແລະ ສາກົນໃຫ້ດີກ່ວາອີກ. ທ່ານ ນາງ ລັດຖະມົນຕີ ເຂັມມະນີ ພົນເສນາ ກໍ່ໃຫ້ຄຳໝັ້ນສັນຍາວ່າ: ຈະສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ບັນວິສາຫະກິດຫວຽດນາມ ທີ່ພວມເຄື່ອນໄຫວ, ລົງທຶນ ແລະ ດຳເນີນທຸລະກິດ ໃນປະເທດລາວໄດ້ຮັບຜົນສຳເລັດຫຼາຍຕື່ມອີກ.