ຂະແໜງການທູດເດັດດ່ຽວຮັກສາຜົນປະໂຫຍດ ປະເທດຊາດ
(ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຟ້າມບີ່ງມີງ)
(vovworld)-ຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີ ແຫ່ງວັນສ້າງຕັ້ງຂະແໜງການທູດ ຫວຽດນາມ (28/8/1945-28/8/2014), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຟ້າມບີ່ງມີງ ຢັ້ງຢືນວ່າ: ຂະແໜງການທູດ ຫວຽດນາມເດັດດ່ຽວຮັກສາຜົນປະໂຫຍດແຫ່ງຊາດໄວ້ ບໍ່ວ່າໃນສະພາບການສາກົນຈະມີການຜັນແປສັບສົນຄືແນວໃດ. ໃນນັ້ນ,ໜ້າທີ່ຕົ້ນຕໍຂອງຂະແໜງການທູດໃນປະຈຸບັນແມ່ນຕ້ອງຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະ ສ້າງທຸກເງື່ອນໄຂສາກົນທີ່ອຳນວຍຄວາມສະດວກ ເພື່ອສຸມໃສ່ພັດທະນາປະເທດ; ປະກອບສ່ວນປະຕິບັດການຫັນເປັນປະເທດອຸດສາຫະກຳ, ທັນສະໄໝ ຢ່າງມີໄຊ, ສ້າງໂຄງປະກອບເສດຖະກິດຕາມທິດພັດທະນາຢ່າງໝັ້ນຄົງ ແລະ ຕ້ອງສົມທົບກັນຢ່າງແໜ້ນແຟ້ນ ກັບ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເພື່ອປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ. ພິເສດແມ່ນອະທິປະໄຕເຂດທະເລໝູ່ເກາະ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ ຖືວ່າ: ມະນຸດແມ່ນປັດໄຈສຳຄັນ ຕັດສິນຜົນສຳເລັດຂອງແນວທາງ, ນະໂຍບາຍການທູດ. ຖັນແຖວພະນັກງານຂະແໜງການທູດນັບມື້ນັບໜຸ່ມແໜ້ນ, ຂະຫຍັນຂັນເຄືຶ່ອນກວ່າ, ສາມາດຕອບສະໜອງຄວາມຮຽກຮ້ອງຕອ້ງການຂອງວຽກງານໂດຍພື້ນຖານໄດ້.