ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະການຕ່າງປະເທດ ຟ້າມບິ່ງມິງ ພົບປະກັບສື່ມວນຊົນໃນຕອນເຊົ້າວັນທີ 9/1
(ພາບ: VGP/Hải Minh)
(vovworld) – ເມື່ອພົບປະກັບຜູ້ຕາງໜ້າບັນດາອົງການສື່ມວນຊົນໃນຕອນເຊົ້າວັນທີ 9/1, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະການຕ່າງປະເທດ ຟ້າມບິ່ງມິງ ເນັ້ນໜັກເຖິງຄວາມສຳຄັນຂອງສື່ມວນຊົນ, ຖືວ່າ: ສື່ມວນຊົນແມ່ນຂົວເຊື່ອມຕໍ່ສຳຄັນເພື່ອນຳຂໍ້ມູນຂ່າວສານສຳລັບຕ່າງປະເທດຂອງພັກ, ລັດ ເຖິງປະຊາຊົນ ແລະ ໂລກຢ່າງທັນການ, ມີປະສິດທິຜົນ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຢັ້ງຢືນວ່າ: ປີ 2013 ແມ່ນປີຂະແໜງການທູດບັນລຸໄດ້ບັນດາຜົນສຳເລັດອັນໃຫຍ່ຫຼວງ ດ້ວຍການເຄື່ອນໄຫວພົວພັນກັບຕ່າງປະເທດຢ່າງຟົດຟື້ນ ແລະ ເປີດກ້ວາງ. ໃນຜົນສຳເລັດລວມນັ້ນມີການປະກອບສ່ວນບໍ່ໜ້ອຍຂອງສື່ມວນຊົນ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະການຕ່າງປະເທດ ຟ້າມບິ່ງມິງ ຢັ້ງຢືນວ່າ:
“ວຽກງານພົວພັນກັບຕ່າງປະເທດທຸກຢ່າງໃນປີ 2013 ໄດ້ຮັບການຍົກສູງ, ມີການແຜ່ລາມຢ່າງກ້ວາງຂວາງແມ່ນຍ້ອນສື່ມວນຊົນ, ພາຫະນະສື່ມວນຊົນໄດ້ໂຄສະນາຢ່າງກ້ວາງຂວາງທັງຢູ່ພາຍໃນ ແລະ ຕ່າງປະເທດຢ່າງທັນການ. ດັ່ງນັ້ນ, ເຮັດໃຫ້ໝາກຜົນຂອງການພົວພັນກັບຕ່າງປະເທດໄດ້ເພີ່ມທະວີ. ຂົງເຂດໜຶ່ງໃນປີ 2013 ເຊິ່ງມີການເຂົ້າຮ່ວມຢ່າງຕັ້ງໜ້າຂອງສື່ມວນຊົນນັ້ນແມ່ນວຽກງານປົກປ້ອງພົນລະເມືອງ. ໂດຍອີງໃສ່ການສື່ຂ່າວຂອງສື່ມວນຊົນກໍ່ຊ່ວຍໃຫ້ພວກຂ້າພະເຈົ້າເຮັດວຽກງານປົກປ້ອງພົນລະເມືອງຢູ່ຕ່າງປະເທດເປັນຢ່າງດີ. ບັນດາການເຄື່ອນໄຫວປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ພິເສດແມ່ນໃນບັນຫາທະເລຕາເວັນອອກ, ສື່ມວນຊົນກໍ່ເອົາໃຈໃສ່ ແລະ ປະກອບສ່ວນເຂົ້າໃນການໂຄສະນາເຖິງປະຊາຊົນ”