(vovworld) – ເນື່ອງໃນໂອກາດຄະນະຜູ້ແທນປະຊາຊົນລາວ ແລະ ຄະນະຜູ້ແທນປະຊາຊົນຫວຽດນາມ ເດີນທາງມານະຄອນຫຼວງຮ່າໂນ້ຍເຂົ້າຮ່ວມງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ລາວ ຄັ້ງທີ 3 ປີ 2012, ຕອນຄໍ່າວັນທີ 15/7, ສະມາຄົມບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ລາວ ຈັດຕັ້ງງານພົບປະເພື່ອຂໍ່ານັບຊົມເຊີຍຄະນະຜູ້ແທນ. ຕາງໜ້າຄະນະປະທານສະຫະສະມາຄົມບັນດາອົງການມິດຕະພາບຫວຽດນາມ, ສະມາຄົມຫວຽດນາມ - ລາວ, ທ່ານ Vu Xuan Hong ໄດ້ເນັ້ນໜັກວ່າ ງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ລາວ ຄັ້ງທີ 3 ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ສຳຄັນຂອງປີສາມັກຄິມິດຕະພາບຫວຽດນາມ - ລາວ. ລາຍການເຄື່ອນໄຫວຂອງງານມະໂຫລານແມ່ນອຸດົມສົມບຸນ ແລະ ຫຼາຍຮູບຫຼາຍແບບຢູ່ນະຄອນຫຼວງຮ່າໂນ້ຍ, ຕຽນກວາງ ແລະ ນິງບິ່ງ. ນີ້ແມ່ນໂອກາດເພື່ອໃຫ້ບັນດາຜູ້ແທນຂອງສອງປະເທດພ້ອມກັນແລກປ່ຽນບັນດາບົດຮຽນໃນການຜັນຂະຫຍາຍການເຄື່ອນໄຫວຕ່າງໆຢູ່ທ້ອງຖິ່ນ, ຫົວໜ່ອຍຂອງຕົນ ແລະ ເຂົ້າຮ່ວມງານໂຮມຊຸມນຸມສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດແລະ 35 ປີແຫ່ງວັນລົງນາມໃນສົນທິສັນຍາມິດຕະພາບ ແລະ ຮ່ວມືຫວຽດນາມ - ລາວ.