ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ຕ້ອນຮັບທ່ານ Andris Piebalgs
( ພາບ: chinhphu.vn )
( vovworld ) – ຕອນບ່າຍວັນທີ 28/3, ຢູ່ຮ່າໂນ້ຍ, ເມື່ອໃຫ້ການຕ້ອນຮັບທ່ານ Andris Piebalgs, ຂ້າຫຼວງໃຫຍ່ຜູ້ຮັບຜິດຊອບການພັດທະນາຂອງສະຫະພາບເອີລົບ ( EU ) ທີ່ພ້ວມຢູ່ຢ້ຽມຢາມຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ໄດ້ຕີລາຄາສູງການພົວພັນອັນດີງາມລະຫວ່າງຫວຽດນາມ ແລະ EU ໃນໄລຍະທີ່ຜ່ານມາ. ທ່ານຮອງນາຍົກລັດຖະມົນຕີ ປາຖະໜາວ່າ EU ຈະຮ່ວມມືກັບຫວຽດນາມ ໃນບັນດາບັນຫາເສດຖະກິດກວ່າອີກ. ທ່ານ Andris Piebalgs ໄດ້ຢືນຢັນວ່າ ການຢ້ຽມຢາມຫວຽດນາມ ຄັ້ງນີ້ມີຄວາມໝາຍສຳຄັນ. EU ປາຖະໜາຢາກເປີດກວ້າງການພົວພັນກັບບັນດາຕະຫຼາດທີ່ຫາກໍພົ້ນເດັ່ນຂຶ້ນຄືຫວຽດນາມ ເພື່ອແນໃສ່ຊຸກຍູ້ການລົງທຶນ, ການຄ້າ, ປະກອບສ່ວນແກ້ໄຂບັນດາບັນຫາພາຍໃນ EU ພ້ອມກັນນັ້ນຜ່ານການຢ້ຽມຢາມຄັ້ງນີ້, EU ຢາກຕີລາຄາຄືນໃໝ່ຍຸດທະສາດສະໜອງແຫຼ່ງທຶນ ODA ໃຫ້ແກ່ປະເທດຕ່າງໆ, ໃນນັ້ນມີຫວຽດນາມ.