ຄິດທະສາສະໜາຫວຽດນາມຮ່ວມພັດທະນາພ້ອມກັບປະເທດ

ຄິດທະສາສະໜາຫວຽດນາມຮ່ວມພັດທະນາພ້ອມກັບປະເທດ - ảnh 1
ຄະນະ​ກຳມະການ​ສາມັກຄີ​ຄິດ​ທະ​ສາສະໜາ​ຫວຽດນາມ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ປີ 2012
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 27/2, ຢູ່​ນະຄອນ ​ໂຮ່ຈີ​ມິນ, ຄະນະ​ກຳມະການ​ສາມັກຄີ​ຄິດ​ທະ​ສາສະໜາ​ຫວຽດນາມ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ປີ 2012, ປຶກສາ​ຫາລື​ທິດ​ທາງ​ໜ້າ​ທີ່​ປີ 2013. ຕອບ​ສະໜອງ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ​ໃນ​ປີຜ່ານມາ, ຊາວ​ຄິດ​ຫວຽດນາມ​ໄດ້​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ, ຫຼົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ກໍ່ສ້າງ​ຊົນນະບົດ​ໃໝ່. ຄະນະ​ກຳມະການ​ສາມັກຄີ​ຄິດ​ທະ​ສາສະໜາ​ຫວຽດນາມທຸກ​ຂັ້ນ​ຍາມ​ໃດ​ກໍ່​ປຸກລະດົມ​ປະຊາ​ຄົມ​ຊາວ​ຄິດ​ເຮັດ​ຫຼ້ອນ​ໜ້າ​ທີ່ຂອງ​ຕົນ​ທີ່​ມີ​ຕໍ່​ສະມາຄົມ​ສາສະໜາ ​ແລະ ປະ​ເທດ​ຊາດ, ປະຕິບັດ​ໜ້າ​ທີ່​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ ​ແລະ ທ້ອງ​ຖີ່​ນ. ຄຸນ​ພໍ່ ຫງວຽນ​ກົງ​ແຢງ, ປະທານຄະນະ​ກຳມະການ​ສາມັກຄີ​ຄິດ​ທະ​ສາສະໜາ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

          “ຫວນ​ຄືນ​ໄລຍະ​ທີ່​ຜ່ານ​ມາ, ພວກ​ເຮົາ​ໄດ້​ຮັບ​ຜົນງານ​ຫຼາຍ​ພໍ​ສົມຄວນ, ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ທິດ​ທາງ​ເຊິ່ງພວກ​ເຮົາ​ໄດ້​ວາງ​ອອກ​ແມ່ນ​ຖືກຕ້ອງ. ດ້ວຍ​ບັນດາ​ວຽກ​ງານ​ອັນ​ລະອຽດ, ພວກ​ເຮົາ​ພວມ​ຢືນຢັນ​ຕົນ​ເທື່ອ​ລະ​ກ້າວ, ອັນ​ໄດ້​ນຳ​ມາ​ເຊິ່ງຄວາມ​ຫວັງ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ຄິດ​ທະ​ສາສະໜາ​ຫວຽດນາມ​ ໃນ​ຍຸກ​ປະຈຸ​ບັນ“

        ປີຜ່ານມາ, ຄະນະ​ກຳມະການ​ສາມັກຄີ​ຄິດ​ທະ​ສາສະໜາ​ຫວຽດນາມ​ ໄດ້​ກຳນົດ​ໜ້າ​ທີ່​ຈຸດ​ສຸມ​ແມ່ນ​ສືບ​ຕໍ່​ປຸກລະດົມ​ຊາວ​ຄິດ ​ເສີມ​ຂະຫຍາຍ​ຈິດ​ໃຈ​ຮັກ​ແພງ, ຊ່ວຍ​ເຫຼືອ​ກັນ​ໃນ​ການ​ອອກ​ແຮງ​ງານ​ທຳ​ການ​ຜະລິດ, ຮຳ່ຮຽນ ​ແລະ ປະຕິບັດ​ງານ, ຍູ້​ແຮງ​ການ​ເຄື່ອນ​ໄຫວ​ກຸສົນ​ສັງຄົມ, ສ່ອງ​ແສງ​​ແນວ​ຄິດ​ຈິດ​ໃຈ, ຄວາມ​ມຸ້ງ​ມາດ​ປາຖະໜາ​ອັນ​ເປັນ​ທຳ​ຂອງ​ປະຊາຊົນ​ຊາວ​ຄິດ​ຕໍ່​ພັກ, ລັດ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ. ຜ່ານ​ນັ້ນ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ ດ້ວຍ​ຄວາມ​ຕັດສິນ​ໃຈ​ຕິດ​ພັນ​ກັບ​ພາລະກິດ​ຂອງ​ປະ​ເທດ​ຊາດ. ພິ​ເສດ​ແມ່ນ​ຈັດ​ຕັ້ງ​ກອງ​ປະຊຸມ​ຜູ້​ແທນ​ຊາວ​ຄິດ​ຫວຽດນາມ​ ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຄັ້ງ​ທີ 6 ອາຍຸ​ການ 2013 – 2018 ​​ໃຫ້ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ