ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ວຽກເຮັດງານທຳໃນການ ປັບປຸງກົດໝາຍວ່າດ້ວຍແຮງງານ

ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ວຽກເຮັດງານທຳໃນການ ປັບປຸງກົດໝາຍວ່າດ້ວຍແຮງງານ - ảnh 1

(ພາບ:cuasotinhyeu.vn)

(vovworld) -  ຕອນ​ເຊົ້າວັນ​ທີ 28/2, ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ ຄວາມສະ​ເໝີ​ພາບ​ລະຫວ່າງ​ຍິງ-​ຊາຍ ​ແລະ ວຽກ​ເຮັດ​ງານ​ທຳ​ໝັ້ນຄົງ​ໃນການ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ແຮງ​ງານ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ແບ່ງປັນ​ບົດຮຽນ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊຽນ ​ເພື່ອ​ແນ​ໃສ່​ປະຕິບັດ​ຄຳໝັ້ນສັນຍາ​ສາກົນ​ກ່ຽວ​ກັບສິດສະ​ເໝີ​ພາບ​ລະຫວ່າງ​ຍິງ-​ຊາຍ ​ແລະ ວຽກ​ເຮັດ​ງານ​ທຳ​ໝັ້ນຄົງ​ໃຫ້​ເປັນ​ຢ່າງ​ດີ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານຢວານ​ເມົ້າຢຽບ  ຮອງ​ລັດຖະມົນຕີກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ຢືນຢັນວ່າ: ກອງ​ປະຊຸມ​ສຳ​ມະ​ນາ​ມີ​ຄວາມ​ໝາຍ​ສຳຄັນ​ສຳລັບ​ຫວຽດນາມ ​ໃນ​ສະພາບ​ການ​ທີ່​ປະມວນ​ກົດໝາຍ​ວ່າ​ດ້ວຍ​ແຮງ​ງານສະບັບ​ປັບປຸງ​ມີ​ຜົນ​ບັງຄັບ​ໃຊ້ນັບ​ແຕ່​ເດືອນ 5/2013 ຈະ​ມາ​ເຖິງ:

   “ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ເພື່ອ​ໃຫ້​ບັນດາ​ຜູ້​ຊ່ຽວຊານ, ຜູ້​ແທນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ຮູບ​ແບບ, ບັນດາ​ໂຄງການ​ຊຸກຍູ້​ການ​ປະຕິບັດ​ຄວາມສະ​ເໝີ​ພາບ​ລະຫວ່າງ​ຍິງ-​ຊາຍ, ວຽກ​ເຮັດ​ງານ​ທຳໝັ້ນຄົງຢູ່​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ. ພ້ອມ​ກັນນັ້ນກໍ່​ຕີ​ລາຄາ​ການ​ປະຕິບັດຄວາມສະ​ເໝີ​ພາບ​ລະຫວ່າງ​ຍິງ-​ຊາຍຢູ່​ຫວຽດນາມ ​ໃນ​ເບື້ອງ​ຕົ້ນ ​ແລະ ຄົ້ນຄ້ວາ​ບັນດາ​ຈຸດ​ໃໝ່​ໃນ​ກົດໝາຍ​ວ່າ​ດ້ວຍ​ແຮງ​ງານສະບັບ​ປັບປຸງ, ການ​ຜັນ​ຂະຫຍາຍ​ປະຕິບັດ ​ແລະ ບັນດາ​ບັນຫາ​ກ່ອນ​ທີ່​ກົດໝາຍ​ມີ​ຜົນ​ບັງຄັບ​ໃຊ້“.

 

 

 

ຂ່າວ/ບົດ​ອື່ນ