ຄວາມສາມາດບົ່ມຊ້ອນການຮ່ວມມືດ້ານທ່ອງທ່ຽວລະຫວ່າງ2ປະເທດຫວຽດນາມແລະອິນເດຍແມ່ນໃຫຍ່ຫຼວງທີ່ສຸດ
ທ່ານເອກອັກຄະລັດຖະທູດໂຕນສິງແທ່ງ
(ພາບ: Vietnam+)
(vovworld) - ເນື່ອງໃນໂອກາດບໍລິສັດ Jet Airways ຂອງອິນເດຍ ເປີດສາຍການບິນໂດຍກົງຈາກ Mumbai ແລະ New Delhi ມາຍັງນະຄອນໂຮ່ຈິມິນ ຕອນເຊົ້າວັນທີ 5/11, ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ New Delhi ໄດ້ສຳພາດທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອິນເດຍໂຕນສິງແທ່ງ ກ່ຽວກັບຄວາມສາມາດບົ່ມຊ້ອນການພັດທະນາທ່ອງທ່ຽວ ລະຫວ່າງ 2 ປະເທດໃນອານາຄົດ.
ທ່ານເອກອັກຄະລັດຖະທູດໂຕນສິງແທ່ງ ຢັ້ງຢືນວ່າ: ຄວາມສາມາດບົ່ມຊ້ອນການພັດທະນາທ່ອງທ່ຽວ ລະຫວ່າງ 2 ປະເທດແມ່ນໃຫຍ່ຫຼວງໃນສະພາບການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອຍາວນານພັດທະນາອັນດີງາມ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດນັບມື້ນັບຮອບດ້ານໃນທຸກຂົງເຂດການເມືອງ, ເສດຖະກິດ ແລະ ວັດທະນະທຳ. ດັ່ງນັ້ນ, ການເປີດບັນດາສາຍການບິນໂດຍກົງນີ້ມີຄວາມໝາຍໃຫຍ່ຫຼວງ. ທ່ານເອກອັກຄະລັດຖະທູດໂຕນສິງແທ່ງ ໃຫ້ຮູ້ວ່າ: ວັນທີ 24/11 ຈະມາເຖິງ, ສະຖານທູດຫວຽດນາມ ປະຈຳອິນເດຍຈະຈັດຕັ້ງກອງປະຊຸມສຳມະນາ ເພື່ອໃຫ້ບັນດາບໍລິສັດການທ່ອງທ່ຽວ 2 ປະເທດໄດ້ພົບປະແລກປ່ຽນ, ແນະນຳຜະລິດຕະພັນ ແລະ ຊອກຮູ້ຄວາມສາມາດບົ່ມຊ້ອນການຮ່ວມມື.