ຄະນະກຳມະການພັກລັດຖະບານຜັນຂະຫຍາຍມະຕິຄະນະບໍລິຫານງານສູນກາງພັກຄັ້ງທີ 4
ທ່ານນາຍົກລັດຖະມົນຕີ Nguyen Tan Dung ກ່າວຄວາມເຫັນທີ່ການເຮັດວຽກ
(ພາບ: VOV)
(vovworld) - ຕອນບ່າຍວັນທີ 22/5, ຢູ່ສຳນັກງານນາຍົກລັດຖະມົນຕີ, ຄະນະກຳມະການພັກລັດຖະບານໄດ້ມີການພົບປະ ແລະ ຮັບຟັງຄຳເຫັນປະກອບຂອງບັນດາທ່ານອາດີດການນຳລັດຖະບານທີ່ມີຕໍ່ໝູ່ຄະນະກຳມະການພັກລັດຖະບານ ອາຍຸການຊຸດທີ 13 ແລະ ບັນດາສະມາຊິກໃນຄະນະກຳມະການພັກລັດຖະບານ, ກ່ອນທີ່ດຳເນີນການຕຳນິຕິຊົມ ຕາມແຜນການຂອງກົມການເມືອງ. ຕາງໜ້າຄະນະກຳມະການພັກລັດຖະບານ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ສະເໜີທິດນຳພ້ອມກັບບັນດາໝວດມາດຕະການຜັນຂະຫຍາຍມະຕິຄະນະບໍລິຫານງານສູນກາງພັກຄັ້ງທີ 4, ສະເໜີໃຫ້ບັນດາອາດີດການນຳລັດຖະບານ, ສະມາຊິກລັດຖະບານປະກອບຄຳເຫັນໃຫ້ແກ່ຄະນະກຳມະການພັກລັດຖະບານ ກໍ່ຄືສະມາຊິກແຕ່ລະຄົນຂອງຄະນະກຳມະການພັກລັດຖະບານຊຸດທີ 13 ຢ່າງກົງໄປກົງມາ, ເພື່ອດຳເນີນການຕຳນິຕິຊົມຕາມແຜນການຂອງກົມການເມືອງ.. ທ່ານນາຍົກລັດຖະມົນຕີ Nguyen Tan Dung ເນັ້ນໜັກວ່າ ບັນດາຄວາມເຫັນປະກອບນີ້ຈະແມ່ນພື້ນຖານສຳຄັນ ເພື່ອໃຫ້ຄະນະກຳມະການພັກລັດຖະບານ ແລະ ສະມາຊິກແຕ່ລະຄົນຂອງຄະນະກຳມະການພັກລັດຖະບານຕຳນິຕິຊົມຢ່າງເຂັ້ມງວດບົນຈິດໃຈຊາບຊືມມະຕິຄະນະບໍລິຫານງານສູນກາງພັກຄັ້ງທີ 4, ຍົກສູງຈິດໃຈຮັບຜິດຊອບຕໍ່ພັກ, ຕໍ່ປະຊາຊົນ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງລັດຖະບານຜ່ານໄລຍະຕ່າງໆ, ສືບຕໍ່ປະຕິບັດສຳເລັດໜ້າທີ່ເຊິ່ງພັກ, ລັດ ແລະ ປະຊາຊົນໄດ້ມອບໝາຍໃຫ້.