ສະມາຄົມມິດຕະພາບຫວຽດນາມ-ຈີນສົ່ງໂທລະເລກຊີ້ແຈງ:ຈີນບໍ່ຄວນເຮັດໃຫ້ສະພາບການຢູ່ທະເລຕາເວັນອອກເຄັ່ງຕຶງຂຶ້ນຕື່ມ
(vovworld)- ວັນທີ 10/5, ປະທານສະມາຄົມມິດຕະພາບຫວຽດນາມ-ຈີນ ໄດ້ສ່ົງໂທລະເລກເຖິງປະທານສະມາຄົມມິດຕະພາບຈີນ-ຫວຽດນາມ ໂດຍສະແດງຄວາມວິຕົກກັງວົນ ແລະ ຂັດໃຈກ່ຽວກັບເລື່ອງຈີນນຳຮ້ານເຈາະນ້ຳມັນເຂົ້າເຄື່ອນໄຫວຢູ່ເຂດທະເລຂອງຫວຽດນາມ. ສະມາຄົມມິດຕະພາບຫວຽດນາມ -ຈີນ ຮຽກຮ້ອງສະມາຄົມມິດຕະພາບ ຈີນ-ຫວຽດນາມ ຈົ່ງເອົາໃຈໃສ່, ມີສຽງເວົ້າທີ່ມີຄວາມຮັບຜິດຊອບ, ລາຍງານຕໍ່ບັນດາອົງການສິດອຳນາດຂອງຈີນ ເພື່ອມີມາດຕະການເໝາະສົມ ໂດຍສັນຕິ ແລະ ເຈລະຈາ ເພື່ອປະຕິບັດຂໍ້ຕົກລົງລະຫວ່າງການນຳສອງປະເທດ.
ຄະນະກຳມະການສັນຕິພາບຫວຽດນາມຕຳນິຕິຕຽນຈີນລະເມີດສົນທິສັນຍາສປຊກ່ຽວກັບທະເລປີ1982
ວັນທີ 10/5, ຄະນະກຳມະການສັນຕິພາບ ສົ່ງຈົດໝາຍເຖິງສະຫະສະມາຄົມປະຊາຊົນຈີນ, ໃນນັ້ນຊີ້ແຈງວ່າ: ເລື່ອງຈີນ ນຳຮ້ານເຈາະນ້ຳມັນເຂົ້າເຄື່ອນໄຫວຢູ່ເຂດທະເລຂອງຫວຽດນາມ ແມ່ນລະເມີດອະທິປະໄຕ ແລະ ອຳນາດສານຂອງຫວຽດນາມສຳລັບເຂດອະພິສິດເສດຖະກິດ ແລະ ໄຫລ່ທະວີບຂອງຫວຽດນາມ. ຫາງສຽງຫວຽດນາມ ຮຽກຮ້ອງຈີນ ຕ້ອງຢຸດຕິການກະທຳດັ່ງກ່າວ ແລະ ບໍ່ໃຫ້ເກີດຂຶ້ນອີກໃນອະນາຄົດ.