( vovworld ) – ວັນທີ 20/4, ລັດຖະສະພາເອີລົບ ໄດ້ຮັບຮອງເອົາມະຕິສະບັບ 1 ທີ່ມີຕໍ່ມ້ຽນມາ, ຊື່ງຮຽກຮ້ອງໃຫ້ສະພາສະຫະພາບເອີລົບ ຕ້ອງຢຸດຕິຄຳສັ່ງຂວ້ຳບາດທີ່ມີຕໍ່ມ້ຽນມາ (ເວັ້ນເສຍແຕ່ອາວຸດ) ພ້ອມທັງຮຽກຮ້ອງສະໜອງໜັງສືອະນຸຍາດໃຫ້ມ້ຽນມາ ສາມາດແຊກຊືມເຂົ້າຕະຫຼາດເອີລົບ ເພື່ອແນໃສ່ຊ່ວຍໃຫ້ປະເທດນີ້ ຫລຸດຜ່ອນຄວາມຫຍຸ້ງຍາກ. ມະຕິຊີ້ແຈ້ງວ່າ: ບັນດານັກສັງເກດການສາກົນລ້ວນແຕ່ຖືວ່າ ການເລືອກຕັ້ງຢູ່ ມ້ຽນມາ ຈັດຂຶ້ນໃນຕົ້ນເດືອນນີ້ ແມ່ນຖືກຕ້ອງກັບກົດໝາຍ. ສິ່ງດັ່ງກ່າວໃຫ້ເຫັນວ່າ ປະເທດນີ້ພວມເດີນບົນເສັ້ນທາງປະຕິຮູບປະຊາທິປະໄຕ, ສະນັ້ນ ສະຫະພາບເອີລົບ ຈະຢຸດຕິການປະຕິບັດບັນດາມາດຕະການຂວ້ຳບາດທີ່ມີຕໍ່ມ້ຽນມາ ໃນເວລາ 1 ປີ. ໃນໄລຍະເວລານີ້, ສະຫະພາບເອີລົບ ຈະຕິດຕາມສະພາບການຢູ່ມ້ຽນມາຢ່າງແໜ້ນແຟ້ນ.