(ພາບປະກອບ)
|
(vovworld)- ວັນທີ 16/9, ຄະນະກຳມາທິການລະຫວ່າງລັດຖະບານບັນດາປະເທດອາຊຽນກ່ຽວກັບສິດທິມະນຸດ (AICHR) ໄດ້ເລີ່ມດຳເນີນກອງປະຊຸມພິເສດເປັນເວລາ 2 ວັນຢູ່ນະຄອນຫຼວງ ມານີລາ ປະເທດຟີລິບປິນ. ນີ້ແມ່ນວາລະດຳເນີນກອງປະຊຸມຄັ້ງທີ 6 ໃນກອງປະຊຸມຄັ້ງຕ່າງໆຂອງ AICHR ໂດຍພາຍໃຕ້ການເປັນປະທານຂອງມາເລເຊຍ ໃນຖານະຕຳແໜ່ງເປັນປະທານອາຊຽນປີ 2015. ທີ່ການປະຊຸມໃນວັນທີ 16 ແລະ 17/9, ບັນດາຜູ້ແທນໄດ້ປຶກສາຫາລືການປະຕິບັດບັນດາໂຄງການບຸລິມະສິດ AICHR 2014 / 2015 ແລະ ບັນດາການຊີ້ນຳກ່ຽວກັບການພົວພັນຂອງ AICHR ກັບບັນດາອົງການສັງຄົມພົນລະເຮືອນ, ກໍຄືບັນດາການຄົ້ນຄ້ວາຫົວເລື່ອງຂອງ AICHR…