ຄະນະກຳມາທິການເສດຖະກິດ,ແຜນການແລະການເງິນສະພາແຫ່ງຊາດລາວຢ້ຽມຢາມຫວຽດນາມ
ພາບປະກອບ
(vovworld) – ຕອນບ່າຍວັນທີ 9/1, ທີ່ ຮ່າໂນ້ຍ, ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ຕ້ອນຮັບຄະນະກຳມາທິການເສດຖະກິດ, ແຜນການ ແລະ ການເງິນສະພາແຫ່ງຊາດ ລາວ ໂດຍທ່ານນາງ ສຸວັນເພັງ ບຸບຜານຸວົງ ກຳມະການຄະນະປະຈຳສະພາແຫ່ງຊາດ, ຫົວໜ້າກຳມາທິການເສດຖະກິດ, ແຜນການ ແລະ ການເງິນສະພາ
ແຫ່ງຊາດ ລາວ ເປັນຫົວໜ້າຄະນະພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຕີລາຄາສູງໝາກຜົນແຫ່ງການເຮັດວຽກຂອງ ຄະນະຜູ້ແທນກຳມາທິການເສດຖະກິດ, ແຜນການ ແລະ ການເງິນສະພາແຫ່ງຊາດ ລາວ ກັບ ກຳມາທິການການເງິນ - ງົບປະມານ ແລະ ກຳມາທິການເສດຖະກິດສະພາແຫ່ງຊາດ ຫວຽດນາມ, ບັນດາການເຄື່ອນໄຫວຮ່ວມມືອັນຕົວຈິງຄືດັ່ງກ່າວໄດ້ປະກອບສ່ວນເຮັດໃຫ້ສາຍພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດເວົ້າລວມ ແລະ ສອງປະເທດເວົ້າສະເພາະນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນກວ່າອີກ. ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ ບັນດາກຳມາທິການຂອງສະພາແຫ່ງຊາດສອງປະເທດຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ແບ່ງປັນບົດຮຽນໃນວຽກງານ, ຍົກສູງປະສິດທິຜົນ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນ.