ຄະນະຊີ້ນຳເຂດຕາເວັນຕົກສຽງເໜືອ ສະຫຼຸບ 6 ເດືອນຕົ້ນປີ 2012

ຄະນະຊີ້ນຳເຂດຕາເວັນຕົກສຽງເໜືອ ສະຫຼຸບ 6 ເດືອນຕົ້ນປີ 2012 - ảnh 1
( ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc )

(vovworld) – ຕອນ​ເຊົ້າ​ວັນ​ທີ 16/7, ຢູ່​ແຂວງ​ບັກ​ກ້ານ, ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ສຽງ​ເໜືອ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ໃນ 6 ​ເດືອນ​ຕົ້ນ​ປີ 2012 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ຈຸດ​ສຸມ​ໃນ 6 ​ເດືອນ​ທ້າຍ​ປີ 2012. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc, ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກສຽງ​ເໜືອ ​ໄດ້​ຊີ້​ນຳ​ກອງ​ປະຊຸມ. ​ໃນ 6 ​ເດືອນ​ທີ່​ຜ່ານ​ມາ, ສະພາບ​ເສດ​ຖະກິດ​ສັງຄົມຢູ່​ບັນດາ​ແຂວງ​ເຂດ​ພູດອຍທາງ​ທິດ​ເໜືອສືບ​ຕໍ່​ຮັກສາລະ​ດັບ​ເຕີບ​ໂຕ​ຢ່າງ​ໝັ້ນຄົງ. ຍອດ​ຈຳນວນ​ຜະລິດຕະພັນ​ພາຍ​ໃນ​​ເຂດ​ບັນລຸ​ເກືອບ 7,3%. ຂົງ​ເຂດ​ວັດທະນະທຳ, ສັງຄົມ​ສືບ​ຕໍ່​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ; ສະພາບ​ຄວາມ​ໝັ້ນຄົງດ້ານ​ການ​ເມືອງ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ໄດ້​ຮັບ​ການ​ຮັບປະກັນ, ອະທິປະ​ໄຕ​ຊາຍ​ແດນໄດ້​ຮັບ​ການ​ຮັກສາ​ໄວ້​ຢ່າງ​ໝັ້ນຄົງ. ​ແຕ່​ນີ້​ຍັງ​ແມ່ນ​ເຂດ​ທີ່​ດ້ອຍ​ພັດທະນາ, ອັດຕາປະຊາຊົນ​ອຶດ​ຫິວທຸກ​ຫຍາ​ກຍັງ​ສູງ​ຢູ່, ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ສະພາບ​ຊົນ​​ເຜົ່າ, ສາສະໜາ​ມີຄວາມ​ສັບສົນ​ຫຼາຍ​ຢ່າງ,​​ເງື່ອນ​ໄຂ​ພັດທະນາ​ບໍ່​ສະດວກ, ພື້ນຖານ​ໂຄງ​ລ່າງ​ດ້ານ​ເສດຖະກິດສັງຄົມ​ຕໍ່າ​ຢູ່. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຄະນະ​ຊີ້​ນຳ​​ເຂດ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຈະ​ສຸມ​ໃສ່​ປຶກສາ​ຫາລື​ມາດ​ຕະການ​​ແກ້​ໄຂຂໍ້ຈຳກັດ​ທີ່​ຍັງ​ຄົງ​ຄ້າງ, ຍູ້​ແຮງ​ການ​ປະຕິບັດ​ການ​ພັດທະນາ​ທາງ​ໂຄມ​ມະ​ນາ​ຄົມ​ຢູ່​ເຂດ​ຊົນນະບົດ​ເຂດພູດ​ອຍທາງ​ພາກ​ເໜືອ, ປູກ ​ແລະ ປົກ​ປັກຮັກສາ​ປ່າ, ​ເລື່ອງ​ຂຸດ​ຂົ້ນ​ຊັບພະຍາກອນ​​ແຮ່​ທາດໄປ​ຄຽງ​ຄູ່​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ…

ຂ່າວ/ບົດ​ອື່ນ