ຄະນະທູດທະຫານ
(ພາບປະກອບ)
(vovworld) - ຕອນຄຳ່ວັນທີ 6/11, ຢູ່ຮ່າໂນ້ຍ, ຄະນະທູດທະຫານບັນດາ ປະເທດປະຈຳຫວຽດນາມ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນສາກົນ ເພື່ອພົບປະແລກປ່ຽນກັບບັນດາພະນັກງານ, ນາຍທະຫານກອງທັບປະຊາຊົນຫວຽດນາມ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່.
ຕາງໜ້າຄະນະທູດທະຫານບັນດາປະເທດປະຈຳຫວຽດນາມ, ທ່ານພັນເອກSri Kumar ທູດທະຫານອິນເດຍ ໄດ້ຂອບອົບຂອບໃຈກະຊວງປ້ອງກັນປະເທດຫວຽດນາມໃນໄລຍະຜ່ານມາ ເຊິ່ງໄດ້ຈັດຕັ້ງຫຼາຍການເຄື່ອນໄຫວຢ່າງແທດຈິງ, ຜ່ານນັ້ນຊ່ວຍທູດທະຫານບັນດາປະເທດມີຄວາມເຂົ້າໃຈຕື່ມອີກ ກ່ຽວກັບກອງທັບປະຊາຊົນຫວຽດນາມ, ວັດທະນະທຳ ແລະ ປະເທດຊາດ, ຊາວຫວຽດນາມ. ທ່ານພັນເອກ Sri Kumar ກໍ່ສະແດງຄວາມປາດຖະໜາວ່າ: ກະຊວງປ້ອງກັນປະເທດຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂ ເພື່ອໃຫ້ທູດທະຫານບັນດາປະເທດສຳເລັດໜ້າທີ່ເປັນຢ່າງດີ, ປະກອບສ່ວນປັບປຸງ ແລະ ພັດທະນາການພົວພັນມິດຕະພາບ, ການຮ່ວມມືລະຫວ່າງກອງທັບປະຊາຊົນຫວຽດນາມ ແລະ ກອງທັບບັນດາປະເທດ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ໂລກ.