ຄະນະທູຕານຸທູດຂັ້ນສູງລັດເຊຍ - ອາເມລິກາ ຈະຈັດກອງປະຊຸມຢູ່ Helsinki

(VOVWORLD) -ທ່ານຮອງລັດຖະມົນຕີການຕ່າງປະເທດອາເມລິກາ Thomas Shannon ແລະ ຄູ່ຕຳແໜ່ງລັດເຊຍ Sergei Ryabkov ຈະຈັດກອງປະຊຸມຢູ່ນະຄອນຫຼວງ Helsinki, ໃນລະຫວ່າງວັນທີ 11 – 12 ກັນຍາຈະມາເຖິງ.
ຄະນະທູຕານຸທູດຂັ້ນສູງລັດເຊຍ - ອາເມລິກາ ຈະຈັດກອງປະຊຸມຢູ່ Helsinki - ảnh 1 (ພາບປະກອບອີນເຕີແນັດ)

ເຖິງຢ່າງໃດກໍ່ຕາມ, ເນື້ອໃນໂຄງການດຳເນີນງານຂອງການພົບປະດັ່ງກ່າວບໍ່ໄດ້ເປີດເຜີຍເທື່ອ. ກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ, 2 ຝ່າຍຈະເຕື້ອງເຖິງ “ບັນດາບັນຫາວິຕົກກັງວົນ ແລະ ການຮ່ວມມື 2 ຝ່າຍ”. ນອກນັ້ນ, ນັກການທູດ 2 ທ່ານ ຄາດວ່າຈະມີການພົບປະກັບທ່ານປະທານາທິບໍດີແຟງລັງ Sauli Niinisto.

        ວົງການນັກວິຈານປະເທດປະຈຳຖິ່ນຖືວ່າ, ການພົບປະຢູ່ Helsinki ແມ່ນເພື່ອແນໃສ່ກະກຽມໃຫ້ການເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດຂອງ 2 ປະເທດຢູ່ນິວຢອກ ໃນທ້າຍເດືອນ ກັນຍາ ນີ້ິ້.

ຕອບກັບ

ຂ່າວ/ບົດ​ອື່ນ