(vovworld) – ວັນທີ 17/4, ຄະນະນັກສັງເກດການຕິດຕາມກວດກາການປະຕິບັດຄຳສັ່ງຢຸດຍິງຂອງສະຫະປະຊາຊາດ ໄດ້ໄປຮອດສຳນັກງານກະຊວງການຕ່າງປະເທດຊີຣີ ເພື່ອສືບຕໍ່ປຶກສາຫາລື ເລື່ອງອະນຸຍາດໃຫ້ບັນດານັກສັງເກດການເລີ່ມຕົ້ນການປະຕິບັດງານ. ຄະນະນັກສັງເກດການຊຸດທຳອິດລວມມີສະມາຊິກ 5 ຄົນ ໄດ້ໄປຍັງ Damas ຕາມມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດທີ່ໄດ້ຮັບຮອງເອົາໃນວັນທີ 14/4. ຊຸມວັນຈະມາເຖິງຈະມີນັກສັງເກດການນັບສິບໆ ຄົນໄປຍັງ Damas, ເຂົ້າຮ່ວມຄະນະນັກສັງເກດການປະຕິບັດຄຳສັ່ງຢຸດຍິງຢູ່ຊີຣີ. ລັດຖະບານ ຊີຣີ ໄດ້ຊົມເຊີຍມະຕິຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ທີ່ໄດ້ສົ່ງບັນດານັກສັງເກດການມາຊີຣີ, ແຕ່ວ່າກໍຖະແຫຼງວ່າ ປະເທດນີ້ມີສິດປະຕິເສດ ບັນດານັກສັງເກດການອີງຕາມແຕ່ລະສັນຊາດ. ໃນຂະນະນັ້ນ, ການໃຊ້ຄວາມຮຸນແຮງຍັງຄົງເກີດຂຶ້ນນັບແຕ່ເມື່ອຄຳສັ່ງຢຸດຍິງມີຜົນສັກສິດນັບແຕ່ວັນທີ 12/4.