ຄະນະປະຈຳລັດຖະບານຈັດກອງປະຊຸມກະກຽມໃຫ້ກອງປະຊຸມທົ່ວປະເທດລະຫວ່າງລັດຖະບານກັບວິສາຫະກິດ

(VOVWORLD) -ພ້ອມກັບບັນດາບ້ວງທຶນໜູນຊ່ວຍປີການເງິນ, ເງິນຕາເຊິ່ງລັດຖະບານພວມຜັນຂະຫຍາຍນັ້ນ, ຄວນຈັດຕັ້ງກອງປະຊຸມດັ່ງກ່າວ ເພື່ອຮັບຟັງບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງວິສາຫະກິດ.
ຄະນະປະຈຳລັດຖະບານຈັດກອງປະຊຸມກະກຽມໃຫ້ກອງປະຊຸມທົ່ວປະເທດລະຫວ່າງລັດຖະບານກັບວິສາຫະກິດ - ảnh 1(ພາບປະກອບ: thoibaotaichinh.vn)

ຕອນເຊົ້າວັນທີ 13 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຂອງຄະນະປະຈຳລັດຖະບານເພື່ອກະກຽມກອງປະຊຸມທົ່ວປະເທດລະຫວ່າງລັດຖະບານກັບບັນດາວິສາຫະກິດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ, ລັດຖະບານໄດ້ຜັນຂະຫຍາຍບັນດາມາດຕະການແກ້ໄຂສຳຄັນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ກໍ່ຄືຜັນຂະຫຍາຍບັນດາມາດຕະການກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ, ຮັບປະກັນຊີວິດສັງຄົມ, ຮັບປະກັບຄວາມເປັນລະບຽບຮຽບຮ້ອຍ, ຊຸກຍູ້ການຜະລິດດຳເນີນທຸລະກິດ, ຊຸກຍູ້ການປ່ອຍເງິນລົງທຶນສາທາລະນະ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

       “ພວກເຮົາຕ້ອງກ້າວເຂົ້າສູ່ແນວຮົມໄລຍະທີສອງ, ຄວນມີການຊີ້ນຳຄວບຄູ່, ນັ້ນແມ່ນແນວຮົມພັດທະນາເສດຖະກິດ, ໃນນັ້ນ ວິສາຫະກິດ, ນັກທຸລະກິດແມ່ນນັກຮົບໃນແນວຮົມນີ້. ພວກເຮົາຕ້ອງຮັກສາໃຫ້ແນວຮົມທີສອງນີ້ ບໍ່ປະໃຫ້ຖືກຕັດຕອນ, ຮັກສາວຽກເຮັດງານທຳໃຫ້ແກ່ຊາວຜູ້ອອກແຮງງານ ແລະ ມີການເຕີບໂຕຈຳເປັນແມ່ນຄວາມຮຽກຮ້ອງອັນຮີບດ່ວນໃນປັດຈຸບັນ.

     ໃນສະພາບການໂລກລະບາດທີ່ສັບສົນຄືໃນປະຈຸບັນ, ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ, ພ້ອມກັບບັນດາບ້ວງທຶນໜູນຊ່ວຍປີການເງິນ, ເງິນຕາເຊິ່ງລັດຖະບານພວມຜັນຂະຫຍາຍນັ້ນ, ຄວນຈັດຕັ້ງກອງປະຊຸມດັ່ງກ່າວ ເພື່ອຮັບຟັງບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງວິສາຫະກິດ. ຜ່ານນັ້ນ, ຍົກອອກບັນດາລັດຖະນະໂຍບາຍໃໝ່, ໃກ້ຊິດ ແລະ ນຳເຂົ້າສູ່ຕົວຈິງໂດຍໄວ.   ກອງປະຊຸມທົ່ວປະເທດລັດຖະບານກັບບັນດາວິສາຫະກິດ ຈະໄດ້ຈັດຕັ້ງຕາມຮູບແບບທາງອອນລາຍ ແລະ ໄດ້ຮັບການຖ່າຍທອດສົດ.

ຕອບກັບ

ຂ່າວ/ບົດ​ອື່ນ