ຄະນະປະຈຳສະພາ ແຫ່ງຊາດປຶກສາຫາລື ຮ່າງກົດໝາຍວ່າດ້ວຍທີ່ດິນ
Minh Cham- Ha Lan -  
(ພາບ:phanxuandung.net)
(vovworld)- ຕອນເຊົ້າວັນທີ 17/9, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດສືບຕໍ່ດຳເນີນວາລະປະຊຸມທີ 11, ໃຫ້ຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ). ທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ເປັນປະທານວາລະປະຊຸມ. ຮ່າງກົດໝາຍວ່າດ້ວຍທີ່ດິນ ກຳນົດການວາງແຜນຜັງ, ແຜນການນຳໃຊ້ທີ່ດິນ ແລະ ກຳນົດລັດເປັນເຈົ້າການຖອນທີ່ດິນຄືນຕາມການວາງແຜນຜັງ, ແຜນການນຳໃຊ້ທີ່ດິນ ຊື່ງໄດ້ປະກາດແລ້ວ ພ້ອມທັງຈັດຕັ້ງການຊົດເຊີຍ, ໜູນຊ່ວຍ, ການຕັ້ງຖິ່ນຖານຄົງທີ່ຄືນໃໝ່. ທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ຖືວ່າ ມີຂໍ້ຂັດແຍ້ງໃນຂໍ້ກຳນົດນີ້:
“ການຖອນທີ່ດິນຄືນຕາມແຜນການນຳໃຊ້ທີ່ດິນກໍ່ໝາຍຄວາມວ່າ ແຜນການນຳໃຊ້ທີ່ດິນໄດ້ຮັບການເຊັນອະນຸມັດ ແມ່ນບ່ອນອີງເພື່ອຖອນຄືນ. ເມື່ອບໍ່ທັນແກ້ໄຂການຕັ້ງຖິ່ນຖານໂຄງທີ່, ບໍ່ທັນແກ້ໄຂເຮືອນຢູ່ໄດ້, ບໍ່ທັນແກ້ໄຂວຽກເຮັດງານທຳໄດ້ຈະບໍ່ທັນຖອນຄືນ. “
Minh Cham- Ha Lan