ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບໝາກຜົນການຜັນຂະຫຍາຍປະຕິບັດກົດໝາຍ, ລັດຖະບັນຍັດ

ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບໝາກຜົນການຜັນຂະຫຍາຍປະຕິບັດກົດໝາຍ, ລັດຖະບັນຍັດ - ảnh 1
ກອງ​ປະຊຸມ​ຄັ້ງ​ທີ 21ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ
ພາບ:internet


(vovworld)- ຕອນ​ເຊົ້າ​ວັນ​ທີ 20/9, ສືບ​ຕໍ່​ກອງ​ປະຊຸມ​ຄັ້ງ​ທີ 21, ບັນດາ​ສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ປຶກສາ​ຫາລື ກ່ຽວ​ກັບ​ໝາກຜົນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ກົດໝາຍ, ລັດຖະບັນຍັດ, ມະຕິ ​ໂດຍ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ຮັບຮອງ​ເອົາ. ນະ​ທີ່​ນີ້, ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ສະ​ເຫ​ນີວ່າ: ສະພາ​ແຫ່ງ​ຊາດ​ຄວນ​ປະກາດ​ໃຊ້​ມະຕິ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ວຽກ​ງານ​ສ້າງ ​ແລະ ປະຕິບັດ​ກົດໝາຍ. ພິ​ເສດ ຕ້ອງ​ມີ​ການ​ກວດກາ​ສູງ​ສຸດ​ເພື່ອ​ຍົກ​ສູງ​ຄວາມ​ຮັບຜິດຊອບ ​ແລະ ສ້າງ​ຂໍ້​ກຳນົດ​ກົດ​ລະບຽບ​ໃນ​ບັນຫາ​ປະຕິບັດ​ກົດໝາຍ. ຕອນ​ບ່າຍ​ວັນດຽວ​ກັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສືບ​ຕໍ່​ຮັບ​ຟັງ​ບົດລາຍ​ງານຈາກຄະນະ​ກວດກາ​ ​ແລະ ລັດຖະບານ​ລາຍ​ງານ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ໃນ​ວຽກ​ງາ​ນຄັດ​ເລືອກ​, ບຳລຸງ​ສ້າງ, ​ແຕ່ງ​ຕັ້ງ​ສຳລັບ​ຖັນ​ແຖວ​ພະນັກງານ, ລັດຖະກອນ.

       

ຂ່າວ/ບົດ​ອື່ນ