ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ຢ້ຽມຢາມ ລາຊະອານາຈັກ ໄທ

ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ຢ້ຽມຢາມ ລາຊະອານາຈັກ ໄທ - ảnh 1
ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ມີ​ການ​ເຈລະຈາ​ກັບ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄທ

(vovworld) - ຕອນ​ບ່າຍ​ວັນ​ທີ 11/3, ຢູ່​ນະຄອນຫຼວງ ບັງ​ກອກ ປະ​ເທດ ​ໄທ, ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໂດຍ​ທ່ານ ພົນ​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດນຳ​ໜ້າ​ໄດ້​ມີ​ການ​ເຈລະຈາ​ກັບ ທ່ານ ສຸ​ກຳ​ພົນ ສຸວັນນະ​ທັດ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄທ. ທີ່​ການ​ເຈລະຈາ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄທ ສຸ​ກຳ​ພົນ ສຸວັນນະ​ທັດ ຖື​ວ່າ: ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ການ​ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ປ້ອງ​ກັນຊາ​ດລະຫວ່າງ 2 ປະ​ເທດນັບ​ມື້​ນັບ​ພັດທະນາ​ຢ່າງ​ແຮງ ​ແລະ ກ້າວ​ເຂົ້າ​ສູ່​ລວງ​ເລິກ, ພິ​ເສດ​​ແມ່ນ​ບັນດາ​ຂົງ​ເຂດ​ນະ​ໂຍບາຍ​ປ້ອງ​ກັນຊາ​ດ ​ແລະ ຄູ່​ເຈລະຈາ​ປ້ອງ​ກັນຊາດ​ປ້ອງ​ກັນ​ຄວາມ​ສະຫງົບ, ການບຳລຸງ​ສ້າງ​ຝຶກ​ແອບ, ​ການ​ລາດ​ຕາ​ເວັນ​ປະສົມ ​ແລະ ການ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ.​​.​. ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ລະຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ​ໃນ​ຫຼາຍ​ດ້ານ, ທ່ານ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຟຸ່ງກວາງ​ແທງ ຖື​ວ່າ: ການ​ຮ່ວມ​ມືດ້ານ​ທະຫານ​ເຮືອ​ພິ​ເສດ​ແມ່ນ​ການ​ລາດ​ຕາ​ເວນ ​ແລະ ການພົວພັນ​ແລກປ່ຽນ​ລະຫວ່າງທະຫານ​ 2 ປະ​ເທດ​​ແມ່ນບັນລຸ​​ໄດ້ໝາກຜົນທີ່​ແທດ​ຈິງຫຼາຍ​ຢ່າງ, ປະກອບສ່ວນ​ຮັກສາ​ສະຖຽນ​ລະ​ພາບ​ຂອງ 2 ປະ​ເທດ. ທັງ 2 ຝ່າຍ​ກໍ່​ໄດ້​ພິຈາລະນາ ກ່ຽວ​ກັບ​ບັນດາ​ບັນ​ຫາ​ໃຫຍ່​ໃນ​ພາກ​ພື້ນ​ເຊິ່ງ ຫວຽດນາມ ​ແລະ ​ໄທ ຕ່າງ​​ມີ​ຄວາມ​ສົນ​ໃຈ ​ແລະ ​ເຫັນ​ດີ​ເຫັນ​ພ້ອ​ມ​ເພີ່ມ​ທະວີ​ການ​ຮ່ວມ​ມື 2 ຝ່າຍ ​ແລະ ຫຼາຍ​ຝ່າຍ.

        ຕາມ​ແຜນການ​ແລ​້ວ, ຄະນະ​ຜູ້​ແທນ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຈະ​ສືບ​ຕໍ່​ມີ​ການ​ເຄື່ອນ​ໄຫວ​ຕ່າງໆ ຢູ່ ​ໄທ ຮອດ​ວັນ​ທີ 14/3/2013.

 

ຂ່າວ/ບົດ​ອື່ນ