ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ ເມຊີໂກ.

ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ​ນາງ ຫງວຽນ​ທິກີ​ມ​ເງິ​ນ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ນຳ​ຫນ້າ ຫາ​ກໍ່​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ ຢູ່ ​ເມ​ຊີ​ໂກ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ເມ​ຊີ​ໂກ, ຄະນະ​ໄດ້​ມີ​ການ​ເຈລະຈາ​ກັບ​ການ​ນຳ​ສະພາ​ສູງ,​ ສະພາ​ຕຳ່, ຜູ້ຕາງຫນ້າ​ບັນດາ​ຄະນະ​ກຳມາ​ທິການ​ສະພາ​ແຫ່ງ​ຊາດ ​ແລະ ປະທານ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ ມິດຕະພາບ​ເມ​ຊີ​ໂກ ຫວຽດນາມ, ​​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ສອງ​ຝ່າຍ. ທີ່​ການ​ເຮັດ​ວຽກ​ຄັ້ງ​ຕ່າງໆ​ນັ້ນ, ຝ່າຍ​ເມ​ຊີ​ໂກ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ​ ​ແລະ ລັດຫວຽດນາມ ​ໃນ​ວິວັດ​ການ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ ປຊຊ ​ແລະ ຮັບ​ຮູ້​ວ່າ: ​ໃນ​ໄລຍະ​ສັ້ນ, ຫວຽດນາມ ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫລວງ ​ແລະ ສຳຄັນ​ໃນ​ທຸກ​ດ້ານ, ນຳ​ປະ​ເທດ​ຊາດ​ກ້າວ​ຂຶ້ນ. ຝ່າຍ ​ເມ​ຊີ​ໂກ ກໍ​ຕີ​ລາຄາ​ສູງ​ບົດບາດ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໃນ​ວິວັດ​ການ​ສ້າງສາ ​ແລະ ພັດທະນາ​ເສດຖະກິດ ສັງຄົມ ພ້ອມ​ທັງ​ເຊີດ​ຊູ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງຫນ້າ​ຂອງ​ແມ່ຍິງ​ຫວຽດນາມ​ໃນ​ທຸກ​ການ​ເຄື່ອນ​ໄຫວ​ສັງຄົມ ​ແລະ ຖື​ວ່າ ນີ້​ແມ່ນ​ແບບຢ່າງ​ໃຫ້​ແກ່​ເມ​ຊີ​ໂກ ​ແລະ ປະຊາ​ຊາດ​ອື່ນ​ໃນ​ໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ