ຄະນະຜູ້ແທນຊາວຫນຸ່ມຫວຽດນາມເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ19ສະຫະພັນຊາວຫນຸ່ມປະຊາທິປະໄຕໂລກ
ການເຄື່ອນໄຫວຂອງຄະນະຊາວຫນຸ່ມຫວຽດນາມ ຢູ່ ກູບາ
|
(vovworld)- ກອງປະຊຸມໃຫຍ່ຄັ້ງທີ 19 ຂອງສະຫະພັນຊາວຫນຸ່ມປະຊາທິປະໄຕໂລກ (WFDY) ໄຂຂຶ້ນຢູ່ ນະຄອນຫລວງ ລາຮາວານ ຂອງປະເທດກູບາ ໃນວັນທີ 9/11 ໂດຍມີການເຂົ້າຮ່ວມຂອງຜູ້ແທນ ກວ່າ 130 ຄົນ ທີ່ຕາງຫນ້າ ໃຫ້ 70 ອົງການ ຈາກ 35 ປະເທດຢູ່ທົ່ວທຸກທະວີບ. ຄະນະຜູ້ແທນຂັ້ນສູງຂອງຄະນະຊາວຫນຸ່ມກອມມູນິດໂຮ່ຈິມີນ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ໂດຍທ່ານ ຫງວຽນດັກວີງ, ເລຂາທີຫນຶ່ງຄະນະບໍລິຫານງານສູນກາງຊາວຫນຸ່ມນຳຫນ້າ. ນອກຈາກການເຂົ້າຮ່ວມກອງປະຊຸມແລ້ວ, ຄະນະຜູ້ແທນຫວຽດນາມ ຈະດຳເນີນການຢ້ຽມຢາມ ກູບາ ຢ່າງເປັນທາງການ, ພົບປະກັບການນຳສູນກາງຊາວຫນຸ່ມກອມມູນິດ ກູບາ, ເຂົ້າຮ່ວມການເຄື່ອນໄຫວຈຳນວນຫນຶ່ງຂອງບັນດາຮາກຖານຊາວຫນຸ່ມ ກູບາ ພ້ອມກັບການເຄື່ອນໄຫວອື່ນ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ Nicolas Papademetriou, ປະທານ WFDY ເນັ້ນຫນັກເຖິງຄຳໝັ້ນສັນຍາຂອງບັນດາກຳລັງຊາວຫນຸ່ມກ້າວຫນ້າໃນໂລກໃນການຕໍ່ສູ້ຕ້ານການແຜ່ອຳນາດຂອງລັດທິທຶນນິຍົມໃນໂລກ.